ນິທານກ່ຽວກັບບຸນ ຄຣີສມາສ

ປະເພນີການເລົ່ານິທານແບບນີ້ໃນເຮືອນແບບສໄໝໃໝ່ກໍຫາຍາກແລ້ວ
ຫາກຍັງພໍມີກໍພຽງການອ່ານນິທານຕ່າງໆນັນສູ່ຫຼານເຫຼັນຟັງຂອງຜູ່ເຖົ້າແມ່ເຖົ້າທໍ່ນັ້ນ!
ແລະກໍນັບມື້ນັບສາບສູນໄປເພາະມັນແມ່ນຍຸກສໄໝໜັງກາຕູນແບບຕ່າງໆນັບມື້ນັບທັນສໄໝຂື້ນ.ມີໜ້ອຍແລ້ວທີ່ຈະມີໃຜຄວ້າມືຫາປື້ມຂອງ ດິກເກັ້ນສ໌, ຂອງ ແອນເດິຊັນ...
ເພາະນັບມື້ນັບມີປື້ມໃໝ່ໆຂື້ນມາມາກມາຍ ອັນສຸດທ້າຍຄົງແມ່ນ ``ຮາຣີ ໂປເຕີ``.
ແຕ່ທີ່ພາໃຫ້ຄິດຂຽນບົທຄວາມສັ້ນໆນີ້ກໍແມ່ນບໍ່ມີແນວເຮັດເລີຍຄິດຫາແນວເປັນປໂຍດ(ຢ່າງນ້ອຍວ່າຊັ້ນດອກ!)
ການອ່ານໃຫ້ລູກໃຫ້ຫຼານຟັງເປັນວິທີໜື່ງທີ່ຊ່ອຍໃຫ້ບັນຍາກາດຂອງອາຖັນຂອງບຸນນີ້ມີມົນຂັງມາກຂື້ນ ພາໃຫ້ເດັກນ້ອຍນັ້ນມີຈິນຕະນາການແລະຄວາມຈື່ຈຳເຖິງຊີວິດຍາມເຍົາໄວຂອງຕົນ..ເປັນຄວາມຈື່ທີ່ຝັງເລິກໃນຈິດຂອງເຂົາ.
ໃນແຕ່ລະປີ ເຫັນໃນຫຼາຍໆສຖານີໂທຣະທັດມັກເອົາໜັງເຣື້ອງຂອງພໍ່ເຖົ້າຂີ້ຖີ່ອອກສາຍສເມີ.ຜູ່ເຖົ້າຄົນນັ້ນບໍ່ເຫັນຄວາມສຳຄັນຂອງບຸນນີ້ມາເລີຍຈົນເກີດມີແນວດົນໃຈຈັ່ງໃດຈຶ່ງປ່ຽນໄປເປັນຄົນລະຄົນຈົນໃຜໆກໍບໍເຊື່ອ.ຍາມເມື່ອຄົນທີ່ເຄີຍຂີ້ຖີ່ແຈກຢາຍຂອງຂວັນໃຫ້ແກ່ພນັກງານແລະຜູ່ທຸກຈົນ..
ບໍ່ແມ່ນຍົກບັນຫານີ້ມາເພື່ອຈະຍົກຍໍວ່າມັນເປັນຍ້ອນບຸນນີ້ນັ້ນດອກ
ແຕ່ ຫາກມາຄິດເລິກໆທຸກສາສນາໃດກໍຫວັງສ້າງຄົນໃຫ້ເປັນຄົນດີທັງມວນ.
ຫາກຄຳສອນນັ້ນບົ່ງຊີ້ເພື່ອທີ່ຈະໃຫ້ຄົນທີ່ຫຼົງທາງກັບກາຍມາເປັນຄົນດີຂອງສັງຄົມໄດ້ມັນກໍເປັນການດີ.
ການບອກເລົ່າທີ່ຊື້ງໃຈອີກບົທໜື່ງສຳຫຼັບ ຜູ່ຂ້າ ແມ່ນ" symphonie pastorale" -Andre Gide.ເປັນນັກຂຽນທີ່ເຄີຍໄດ້ຮັບຣາງວັນ ໂນແບລ ເມືອ່ ປີ ໑໙໔໗.
ແຕ່ກີ້ຄາວຍັງນ້ອຍເຄີຍນັ່ງຟັງພີ່ອ້າຍເລົ່ານິທານເຣື້ອງຈຳປາສີ່ຕົ້ນ, ກຳພ້າຜີນ້ອຍ, ນິທານນົກກະຈອກ..ຍັງຈື່ໄດ້ພໍລາງໆໃນເນື້ອເຣື້ອງຂອງນິທານເຫຼົ່ານີ້.
ຫາກແມ່ນວ່າໃນບ້ານເຮົາຫາກມີຜູ່ຣິເຣີ້ມການເລົ່າແບບນີ້ຄືນມາຄົງມີປໂຍດແກ່ສັງຄົມທີ່ກຳລັງກາຍເປັນສັງຄົມທີ່ເພີ້ຝັນແລະແລ່ນນຳແຟຊັ້ນຂອງການຕຼາດຢ່າງໜັກນີ້ແລະຍາມຄວາມເສື່ອມທາງວັທນະທັມໃນສັງຄົມ.
ບໍ່ຢາກຕິໃຜດອກມັນຫາກຫຼຸດຄວາມຄາດຄິດຂອງຜູ່ປົກຄອງທັງເຮືອນແລະປະເທດ.
ບໍ່ແມ່ນນິທານດັ່ງທີ່ຄິດຢາກຈະຂຽນຫຼືເລົ່າສູ່ກັນຟັງ..
ເປັນພຽງບົທຄວາມສື່ໆທີ່ຄິດຢາກວ່າສູ່ກັນຟັງ.
ໂຊກດີແລະສຸຂສັນນຳວັນງາມຍາມດີນຳກັນນໍ.
ຢ່າລືມໃນວາຣະນີ້
ກໍຫາກຄ້າຍຄືຄາວບຸນປີໃໝ່ລາວເຮົາເປັນເລິກຍາມເຣີ້ມຕົ້ນຊີວິດໃໝ່ແລະໂອກາດທົບທວນຄວາມຫຼັງທີ່ພາດພັ້ງຜິດໄປ..ຄວາມບົກພ່ອງນາໆປະການ
ຄວາມຜິດແຜກແຕກແຍກກັນແລະເປັນໂອກາດໃຫ້ອະໄພເຊີ່ງກັນແລະກັນ!
ຂໍໃຫ້ພີ່ນ້ອງມາຮ໋ຳຮອນແລະຫາວິທີທາງກັບເປັນມິດເປັນເພື່ອນກັນເໝືອນເຄີຍດີເບ໋າະ?
ບອກເວົ້າມາ,
ທ.ຄຳແສນ.

ບັນຍາກາດ..

ຫາກແມ່ນວ່າການພົບປະສັງສັນກັນໃນຫ້ອງແຄບເຟສບູກນັ້ນແມ່ນວ່າກວ້າງຂວາງເຕັມໂລກ
ຫາກມີຄວາມຮູ້ສຶກວ່າມັນແຄບເຂົ້ານັບມື້ ກະລອງປະໄປຈັກຫວ່າງດີບໍ?
ເຫັນແລະສັງເກດໄດ້ແຈ້ງວ່າ ໃນແຕ່ລະຫ້ອງແຕ່ລະປ່ອງທີ່ພາກັນຈັດຕັ້ງຂື້ນປານດອກເຫັດຫຼັງຝົນນັ້ນ
ມັນງາມແລະໂອ່ອ່າໜ້າເຂົ້າໄປແວ່ໄປອ່ານ, ໄປຂີດໄປຂຽນ
ແຕ່ຫາກເຂົ້າໄປແລ້ວກັບເຫັນວ່າແມ່ນກຸ່ມຄົນຈຳນວນດຽວທີ່ແຫຍ້ກັນໄປແຫຍ້ກັນມາຊ້ຳບໍ່ພໍຍັງມີ
ການແບ່ງແຍກກັນໄວ້ດ້ວຍຫຼັກການ,ກົດເກນແລະຂໍ້ຣະບຽບທີ່ລ່ວງເກີນກັນບໍ່ໄດ້..ປານວ່າຫາກກາຍ
ນັ້ນໄປຈະມີອໍຣະຫັນໂລກາວິນາດໄປ.ບາງຄົນທີ່ໜ້າຄົບກໍຫາຍໜ້າຫາຍຕາໄປຢ່າງບໍ່ຮູ້ຕົ້ນສາຍປາຍ
ເຫດ.
ໄດ້ສັງເກດເຫັນອີກວ່າໃນແຕ່ລະປ່ອງທີ່ເຂົາໃຫ້ຫາຍໃຈນັ້ນມັນຄືມີອາກາດຈຳເພາະແທ້ໆ.
ອີກປະການໜື່ງເຫັນວ່າມີຫຍັງທີ່ຜິດປົກຕິທີ່ສຸດກໍຄືວ່າທຸກຄັ້ງຄືກັບວ່າມີການກັ່ນແກ້ງກັນນີ້ລະ!?!
ຫຼືເປັນໄປໄດ້ບໍທີ່ໃຜມີຄວາມສາມດທາງດ້ານ ໄຮເທັກແລະຫາທາງຢັບຢັ້ງຜູ່ອື່ນໄວ້?
ຄົງເປັນໄປບໍ່ໄດ້ຕິນໍ.
ເຫັນໜ້າກັນກໍພຽງແຕ່ໜ້າກາກທີ່ສວມໃສ່
ແຕ່ຄວາມນຶກຄິດນັ້ນບາງຄົນກໍເກັບອອກມາວາງປະເໝືອນຢາກໃຫ້ກາກິນ..
ແຕ່ກາພັດໄປກັດກິນກົ້ນກ້ວຍພຸ້ນ.
ໃນເຟສບຸກມີບັນຍາກາດທີ່ຄ້າຍຄືວ່າຟ້າຄື້ມຢູ່
ແລະບໍ່ຮູ້ເມື່ອໃດພຍຸລົມຮ່າໃຫຍ່ຈະຖລົ່ມລົງມາ..
ດຸປ!ແລ້ວກໍຄົງຈະຍັງເຫຼືອພຽງໃຫງ່ດິນທີ່ຂາດເຈົ້າຂອງ.
ບັນຍາກາດແບບນີ້ແສນຍາກໃຈທີ່ຈະຫາອາກາດທີ່ປອດໂປ່ງຫາຍໃຈໃຫ້ເຕັມປອດ
ເພາະບໍ່ຮູ້ວ່າໃຜເປັນໃຜແລະຄິດກັນຈັ່ງໃດຕໍ່ກັນ.
ເປີດສາກລະຄອນສາກໃດໃສ່ກັນ
ສວມໜ້າກາກໜ່ວຍໃດເຂົ້າຫາກັນ!
ຈື່ງວ່າ
ບັນຍາກາດນັ້ນຄືອອກກິ່ນກວນດັງພ້ອມໄປແນ່ແລ້ວ.
ຈະສະສາງຫຼືໄລ່ບັນຍາກາດຂຸ່ນມົວນີ້ໄດ້ຢ່າງໃດ?
ໃຜຮູ້ກໍແຈ້ງການດ່ວນ!
ຂາເຕົ່າ,
08.07.2013.

ໄຜ່ບ້ານ

          ນາມໄຜ່ມີມາກມາຍກ່າຍກອງ

                  ຂ້ອຍທ່ຽວຊອກເບີ່ງຮູບກໍໄຜ່ໃນ ເຄືອຂ່າຍ ກູເກີ້ນຮອບທີບ.
          ເຫັນແຕ່ກໍໄຜ່ທີ່ເຂົາຢາກດັບສູນແລະກໍໄຜ່ທີ່ເຂົາຢາກປູກໃສ່ສວນຫຼັງບ້ານ.
          ຂ້ອຍຊອກໄປທົ່ວທີບອີ່ຫຼີ ກະບໍ່ເຫັນກໍໄຜ່ບ້ານຄືຢູ່ແຄມທ່າບ້ານຂ້ອຍຫັ້ນ,
          ແຕ່ກີ້ມີບັກຫຼາຍໆແຄມທ່າບ້ານໂຢງ.
          ເປັນກໍບັກໃຫຍ່ ມີກົກໄຜ່ໜາມຕັນ, ບາງກົກ, ເມື່ອຕັດມາມີຮູນ້ອຍໆ ຕີບໆທາງໃນ     
          ແຕ່ວ່າເນື້ອໄມ້ໄຜ່ໜາ
          ສາມາດເອົາມາເຮັດຂາງຊານກະຍັງໄດ້.

                 ໄຜ່ບ້ານ

          ແນວວ່າພໍ່ແມ່ພາເອີ້ນກະເອີ້ນນຳ.
          ໜໍ່ໄຜ່ບ້ານກະໜໍ່ບັກໃຫຍ່ ຫາກວ່າເອົາມາແກງໜໍ່ດຽວກະພໍສຳຫຼັບຄອບຄົວຂ້ອຍ.
          ພໍ່ຫັ້ນຕັດເອົາໄມ້ໄຜ່ບ້ານມາຈັກຕອກສານລານ, ສານຂ້ອງ, ກະຕ່າ, ກະບຸງ..
          ຂ້ອຍກະຍັງສານເຂິງເປັນຄາວຂື້ນມາຢູ່ວຽງຈັນ, ຫຼັງເສັງບັກໄດ້ແລ້ວ.
          ໄດ້ເຮັດການຊາມຊາໄປສື່ໆລໍຖ້າສົກປີຮຽນທີ່ຢາກຈະຮຽນຢູ່ດົງໂດກ-ສ້າງຄູ!!!
          ແມ່ນວ່າໄດ້ປີ້ຍົນຂື້ນມາວຽງຈັນເພາະເຂົາຄິດວ່າເຮົາຢາກຮຽນກົດໝາຍ!
          ເອົາແຕ່ປີ້ຂື້ນມາທ່ຽວລ້າໆ.
          ແຕ່ທາງອະທິການບໍດີຂອງສຖາບັນບໍ່ຮັບເອົາໃບປະກາດ ທີ່ໄດ້ມາ..

          ເມື່ອບໍ່ໄດ້ເຂົ້າເສງນຳເຂົາເປັນນັກຮຽນກົດໝາຍ ຕອນກັບກະຊື້ປີ້ກັບເອງ.
          ບໍ່ແມ່ນກັບໄປສານກະຕ່າແຕ່ຫາກວ່າ ໄປປືກສານຳແມ່ວ່າ ບາງທີລູກອາຈໄປໄກ!
          ປີນັ້ນຍັງເສງເອົາທືນໄປຮຽນຕໍ່ທີ່ຫວຽດນາມໄດ້...
          ແຕ່ແລ້ວຫາກຂືນໃຈບໍ່ໄປນຳເພີ່ນ..ມີແນວໃດເຄືອງໆໃນໃຈແລ້ວ(ຕັ້ງແຕ່ກີ້ພຸ້ນແຫຼະ!).

          ຕໍ່ມາກະເລີຍໄປສອນໜັງສືທີ່ໂຮງຮຽນເອກຊົນແຫ່ງນື່ງທີ່ໂພນໄຊ!
          ເຂົາໃຫ້ສອນວິຊາເລກ!!!ໂອຍຈັ່ງວ່າມັນຄັກ!
          ໂຕເອງໄດ້ບັກ ທາງວັນນະຄະດີແລະປຣັຊຍາມາສົດໆຮ້ອນໆ ເຂົາໄລ່ໄປສອນເລກ!
          ແຕ່ກະສອນໄປຊັ້ນແຫຼະ!

          ຄ່ຳມາກະຊ່ອຍປ້າສານເຂິງ, ສານກະຊ້າ-ສາມາດສານເປັນລາຍສີ່, ລາຍຂັດ ເປັນຮູບງາມໆຕົວ.
          ຕົກມາດຽວນີ້ບໍ່ຮູ້ວ່າຈະສານຄືນໄດ້ຄືເກົ່າຫຼືບໍ່!

          ມັນເປັນປີກ່ອນເຈັດສີບຫ້າ!

          ຕໍ່ມາເມື່ອໂຮງຮຽນພັກ ກະໄດ້ໄປຫາວຽກ, ວຽກມາຫາແນວວ່າໝູ່ຮູ້ຈັກກັນມາບອກວ່າ   
          ຫາກບໍ່ຂິນໃຈເຂົາຕ້ອງການຄົນເຝົ້າເຮືອນ.
          ແມ່ນສຖານທູດ ໂປໂລຍພໍດີ!!!

          ນັ່ງເຝົ້າໄປຫຼາຍມື້ຫຼາຍວັນ 
          ທັງຮຽນເອງໄປພ້ອມ(ແມ່ນວ່າໄດ້ບັກລາວມາແລ້ວແຕ່ຫາກຢາກໄດ້ບັກຝຣັ່ງ
          ໃຫ້ໄດ້ໃນຂັ້ນດີວ່າຊັ້ນເທາະ).

          ຄືນໜື່ງກັບໄປຫ້ອງພັກ, ທູດກະບໍ່ຢູ່ ປະຕູເຂົ້າສຖານທູດກະປິດໃສ່ກະແຈ.  
          ໂຕເອງບໍ່ຮູ້ລົ້ມລົງກັບໂຊຟາແຕ່ຍາມໃດ, ຫຼັບແຈບໄປປານຫອຍໄຂ້!!
          ຮູ້ເມື່ອຄິງຕື່ນຂື້ນມາ ຕົກໃຈປະຕູກະເປີດກວ້າງ, ຣົຖທູດກະມາຈອດແລ້ວ..ຕາຍກູບາດນີ້.
          ຄືນນັ້ນແມ່ນວ່າອົລຫົນໃນໃຈໂຕເອງ.
          ຍ່າງເລາະໄປວຽນມາ ໄປເຫັນ ໜ່ວນກະແຈທີ່ທູດແກວ່ງຖິ້ມໃສ່ສວນຫຍ້າ!
          ເອົາໄປໃສ່ໄວ້ຄືນ. ແຕ່ເຊົ້າມາເພີ່ນກໍບໍ່ວ່າຫຍັງ ແນວຜິດກະໄປຂໍໂທດເພີ່ນ.

          ມາຄິດວ່າ ເປັນຫຍັງເພີ່ນບໍ່ມາເອົາເຣື້ອງເຮົາແນ່ນອນວ່າເພີ່ນຄົງເຫັນເຮົານອນແພ່ກະພຸງໃຫ້ຍູງພາ
          ກັນເຮັດບູເຟຟຣີກັນ ຢູ່ແຈເຮືອນຫັ້ນ?
          ມີແຕ່ທ່ານທູດທໍ່ນັ້ນຮູ້ ແຕ່ເພີ່ນກໍເໝິດບຸນມາໄດ້ຫຼາຍປີແລ້ວ.

          ຕໍ່ມາເພີ່ນຍັງໄດ້ສເນິໃຫ້ເຮົາໄປເສງເອົາທືນໄປຮຽນຢູ່ປະເທດຂອງເພີ່ນອີກ(ທີ່ແຕ່ກ່ອນ
          ຫັ້ນເຮົາບໍ່ມີໃຜໜູນຫຼັງ, ທາງສູນກາງເພີ່ນຈື່ງເຄັ່ຍຄຳຮ້ອງເຮົາຖິ້ມ!).

           ກໍໄປຍື່ນໃບຄຳຮ້ອງຂໍເສງແບບ ກັງດີດາ ລີບຼ!ທີ່ຕືກວັທນະທັມຝຣັ່ງທີ່ແຈນ້ຳພຸຫັ້ນ.
           ກະໄດ້ດີກວ່າເກົ່າແນ່ ໄດ້ມັງຊົງ ບຽງ!

            ສ່ວນເສງໄປຮຽນໂປໂລຍຫັ້ນແມ່ນວ່າເສງໃນສຖານທູດ.ມີ : ເລກ, ຟີສິກ ແລະເຄມີ!

           ມັນນອກປ່າໄຜ່ໄປແລ້ວນໍ!

            ຢ່າວ່າຊັ້ນວ່າຊີ້ເດິ ເຕົ່າມັກໜໍ່ໄມ້ເອົາແທ້ເອົາວ່າ.
            ຫາກພວກເຈົ້າມີໂອກາດກໍພາກັນກິນແກງໜໍ່ໄມ້, ໝົກໜໍ່ໄມ້, ຊູບໜໍ່ໄມ້..ຫຼາຍໆດີກວ່າ ເບີເກີ້ຫຼື  
            ແມກໃດໆເພາະໜໍ່ໄມ້ນັ້ນມີທາດອາຫານທີ່ຮ່າງກາຍຂອງເຮົາຕ້ອງການຄົບຖ້ວນ.
            ທັງແຊບອີກດ້ວຍ.

                                                                                                ຂາເຕົ່າແຄ້ນໜໍ່ໄມ້.
                                                                                                ດົງໄຜ່, ໐໕.໐໕.໒໐໑໓.

ຟາງ ກັບເຟືອງ

ກະເລືອກຊື່ຫົວຂໍ້້ແປກແທ້ນໍວ່າບໍ?

ເຫັນໃນຫຼາຍໆບ່ອນການໃຊ້ສັບເກົ່າໃນຄວາມໝາຍໃໝ່ພາໃຫ້ຄິດນຳແລະຫວນຫາຄວາມແຕກຕ່າງຂອງສອງຄຳນີ້ກະເລີຍຢາກມາວ່າໄວ້.
ແຕ່ກ່ອນ ຟາງ ມັກໄດ້ຍິນນຳການປະກອບໃສ່ກັບຄຳວ່າຕາ ເປັນຕາຟາງ..
ບໍ່ຢາກມີດອກຕາຟາງຫັ້ນຫາກມັນຈະເປັນແບບຖາວອນ.
ຫາກມັນເປັນພຽງຕາຟາງຍ້ອນແສງທີ່ສາດສ່ອງມາຢ່າງແຮງຈົນເຮັດໃຫ້ຕາຟາງໄປຊົ່ວຍາມຫັ້ນກະພໍ
ວ່າ.
ໄດ້ເຫັນໃນບົທຂຽນຂອງທ່ານປິ່ນປະສົງໃນ ເຟສບຸກທີ່ເກັບມາຖາມກັນມາເຕືອນກັນໄວ້ວ່າສັບນີ້ມັນໃຊ້ຜິດກັບຄວາມໝາຍເດີມ..ເຊືອກມັດຟາງ?
ເປັນພາສາຂອງເພື່ອນຂ້າງແຄມຂອງໃຊ້ກັນ ຟາງທີ່ເຂົາໝາຍຄວາມວ່າ ເຟືອງ.
ແຕ່ໄດ້ໄປເຫັນໃນໃບລານກະມີໃຜຂຽນໃນບົທກອນວ່າຟາງ..ຄືກັນ!
ເຟືອງແມ່ນເຟືອງນໍຊິໃຫ້ອະທິບາຍກັນຈັ່ງໃດດີ.ແມ່ນກົກເຂົ້າທີ່ເຮົາໄດ້ຟາດເມັດເຂົ້າເປືອກອອກແລ້ວ ກະເຫຼືອແຕ່ເຟືອງ ຫາກວ່າຍັງມີຄວາຍໃນຄອກກະປະໃຫ້ຄວາຍກິນກະໄດ້ ຜ່ານມາບໍ່ເຫັນມັນຈົ່ມວ່າເຟືອງແຫ້ງແຕ່ຢ່າງໃດ!
ຈື່ງໄຄ່ຢາກຈະຂໍຮ້ອງຫາຜູ່ທີ່ຍັງຢາກເຫັນຄ່າຂອງຄຳເວົ້າແມ່ຕົນຍັງມີຄວາມໝາຍຢູ່ກະສົມຄວນພາກັນປັດເຂັ່ຍຄວາມເຫັນແກ່ປໂຍດຂອງພາສາອື່ນກວ່າພາສາອີ່ແມ່ໂຕເອງແນ່ກໍຈະດີ.
ທ່ານຜູ່ມີອຳນາດວາສນາທາງອັກສອນສາຕກໍໃຫ້ສູ້ເອົາແນ່ເດ
ພໍໄວ້ໃຫ້ຫຼານຂອງພວກທ່ານໃຊ້ສັບພາສາແມ່ຕົນໄດ້ຖືກກ່ອນທີ່ຜູ່ອື່ນເຂົາຈະມາຫົວຂວັນ.
ຫຼືພາກັນຫູຟາງຕາຟາງໄປເໝິດແລ້ວເຫັນເຟືອງກາຍເປັນຟາງ..
ຂາເຕົ່າຈົ່ມຕາມເຄີຍ.
01.05.2013.