ຄືນນີ້

ນັ່ງຄິດໄລ່ນັ້ນນີ້ຢູ່ ກໍຟັງເພັງໄປນຳ, ຄິດພໍ້ຄະນະດົນຕຣີເກົ່າໆທີ່ເຄີຍໄດ້ຟັງມາ
ກໍເຣີ້ມຈາກ ນຽລ ຢັງ ແລະ ຕໍ່ມາ ກໍ ໄຊມອນ ແອນ ຄາຟູງເກນ ມາລົງເອີ່ຍດ້ວຍ ຄາແພນເຕີ້...
ທົບທວນເພັງເພີນໄປວຽກກະແລ່ນໄປນຳຢ່າງຣາບຣືນ!
ເດີກເຂົ້າໄປຊັກໄຊ້, ມີເພື່ອນພີ່ນ້ອງຊາວໄທຈາກ ເມືອງ ໂວຣດສວບ ມາທັກທາຍແລະໂອ້ລົມກັນ!!!
ນັບວ່າດຽວນີ້້ຄົນລາວນັບມື້ໜ້ອຍລົງໃນດິນແດນແຫ່ງນີ້
ແຕ່ກັບກົງກັນຂ້າມກັບມີພີ່ນ້ອງຈາກຟາກຂອງມາຫຼາຍຂື້ນ!!!
ເຂົາເຈົ້າມາໃນນາມພໍ່ຄົວ ແມ່ຄົວ, ພັລຍາ ກໍສ່ວນໜື່ງ, ໝໍນວດ(ແບບຕຳນານເຂົາເຈົ້າ!)ແລະນັກສືກສາ..ທີ່ຈາກລາວບໍ່ສົ່ງໃຜມາແຕ່ເຊັ່ນ!
ປີນີ້ກໍມີພຽງສີ່ຫ້າຄົນມາຝືກວຽກ ຕາມກຳນົດ ຫົກເດືອນ...
ບາງຄົນບໍ້ກ້າຮອດມາຢາມ!
ຢ້ານແນວໃດກະພໍຮູ້!!!
ແນວວ່າມື້ໜື່ງໄດ້ເກັບເອົາຮູບທຸງຊາດຊ້າງສາມຫົວມາເບີ່ງແລະຟັງເພັງຊາດ-ດົນຕຣີລ້າໆກະຢ້ານກັນໄປ..
ອຸດົມການຫຼືສຽງຊ່າລືໄກສົມຄວນ!!
ຄືນນີ້ກໍເປັນໄປຕາມຄາດຄິດໄວ້ຄິດໄລ່ໄປໄດ້ປື້ມຫົວໜື່ງ-ບັນຊີ!!ຍັງອີກຫົວໜື່ງກໍເປັນວ່າແລ້ວເຣື້ອງ..
ກ່ອນຈາກຫ້ອງການມາກໍໄດ້ຈ່ອງປີ້ຍົນໄປປາຣີໄວ້ສອງໃບ.
ປີ້ໜື່ງໃຫ້ໂຕເອງສ່ວນອີກປີ້ໜື່ງໃຫ້ແສງພົງ!!
ກໍແມ່ນວັນທີ 16.02.2014.ພຸ້ນດອກຈື່ງຈະໄດ້ໄປແຕ່ຫາກຈ່ອງໄວ້!!
ກອນຈະເຂົ້ານອນກໍຂຽນຫຍັງປະໄວ້ໃຫ້ອ່ານຫຼິ້ນນຳກັນ!
ທີ່ຂຽນຄືນນີ້ບໍ່ແມ່ນຍ້ອນຄິດຫາຄືນນັ້ນຄືຜູ່ອື່ນດອກທີ່ມີຄືນນັ້ນ!
ກໍຫາກຄິດເຫັນແຕ່ເພັງ
,,ຄືນນັ້ນ,, - ຂອງແສນສັກດາແຕ່ກ່ອນໆທີ່ມັນຍັງຝັງໃນ
ສ່ວນເລິກຂອງຄວາມຊົງຈຳຢູ່..

,,ເຮົາສອງເປັນຄູ່ດວງໃຈ
ຮັກໃດຄົງບໍ່ຫອມລື່ນ
ບໍ່ຫວານບໍ່ຊື່ນບໍ່ຍືນເໝືອນເຮົາ

ຄືນນີ້ສຸດແສນໂສກີໝອງເສົ້າ
ຂາດເຈົ້າຈື່ງເສົ້າຣະທົມຕຣົມອຸຣາ,,

ຫາກຈະຫາເອົາເພັງນີ້ມາສູ່ກັນຟັງກະພໍໄດ້ຢູ່ດອກ
ແຕ່ຕາເທີບໆແລ້ວຈັກໜ່ອຍຢ້ານໄປຫາຜິດບ່ອນແລ້ວຊິໄປຫຼົງເອົາຮູບໂລໆເລ
ມາລົງ
ອາຍເພີ່ນລ້າ!
ຫຼັບແລະຝັນດີເຖີດເພື່ອນມິດທັງຫຼາຍໃນສາກົລໂລກ!!
ຝາກມາດ້ວຍໃຈແລະຄວາມຄິດເຖິງ.
ຄອຍມື້ອື່ນ!

ມັນກໍຈະວຽນມາອີກຕາມເຄີຍ ມື້ອື່ນ!
ທຸກຄັ້ງທີ່ຄ່ຳຂອງຄືນນີ້້ຈະຜ່ານໄປມື້ອື່ນກໍຈະຕາມມາ.
ແລະມື້ອື່ນເທື່ອນີ້ກໍຈະເປັນວັນຈັນ!
ຕື່ນເຊົ້າຂື້ນມາກໍຄົງຈະຕ້ອງຟ້າວຕ້ອງຟັ່ງອອກເຮືອນໄປໃຫ້ທັນຣົຖເມ,ຣົຖລາງເພື່ອວ່າຈະບໍ່ໃຫ້ຊ້າແລະຕົກຣົຖ!
ຫາກຕື່ນຊ້າໄປ, ມື້ອື່ນອາຈມີຄວາມສຳຄັນຫຼາຍຢ່າງຄອຍຖ້າໃນໜ້າວຽກ!
ແລະມື້ອື່ນຍັງຢາກຫວັງວ່າຈະມີໃຜທີ່ໃກ້ຊິດເກົ່າໆຍັງຄິດຫາຢູ່ຫຼືໃດ!
ຫຼັງຈາກວັນອາທີດໃກ້ສິນສູນໄປນຳຕາເວັນ.
ແສງເືດອນດາວບໍ່ໃສສ່ອງມາເລີຍ, ທຳມະດາຫຼັງເຂົ້າແລງແລ້ວມັກແນມຫາໃນທ້ອງຟ້າຫາດວງດາວເໝືອນກັບຄາວເດັກນ້ອຍທີ່ຄອຍຈ້ອງຫາດາວຂອງຄືນວັນຄຣີສມາສ!!!
ພວກເຂົາຟ້າວເພື່ອທີ່ຈະໄດ້ກິນອາຫານຄ່ຳຂອງຄືນນັ້ນແລະ ຂອງຂວັນຕ່າງໆທີ່ລໍຄອຍຢູ່ກ້ອງ ຕົ້ນໄມ້ແຫ່ງບຸນນັ້ນ!!!
ເຮົາຊ້ຳແນມຫາດາວທີ່ໃສຫຼືເສົ້າມົວໆພຽງເພື່ອຢາກທອດສາຍຕາໄປຫາວ່າໃຜໆກໍຄິດເບີ່ງຄືເຮົາບໍ, ບາງຍາມ.
ຮູ້ວ່າຫາກຄືນໃດດາວໃສຍິບໆມື້ອື່ນມັກຈະມີອາກາດດີ, ຝົນຟ້າບໍ່ຕົກ!!!
ໃຈລອຍ!
ຄ່ຳນີ້້ຢາກຈະເຂົ້ານອນໄວເພາະຄວາມອິດອ່ອນຈາກການເດີນທາງແຕ່ເດິກຂ້ອນຂ້າງໄກ..
ອີກທັງຄວາມອິດເມື່ອຍທາງໃຈໃນວິຖີຊີວິດແລະຄວາມເປັນຢູ່ທີ່ບໍ່່ແນ່ນອນ
ສິ່ງອ້ອມຂ້າງແລະຂ່າວທີ່ຜ່ານຈໍໂທຣະທັດກ່ຽວກັບປະເທດ ແລະເຫດການຂອງຢູເຄຣນແລະບູຣຸດຜູ່ຢາກອວດດີແລະບ້າອຳນາດເໝືອນໝາບ້າ!
ເຮົາກໍເລີຍດື່ມ,,ໝາບ້າ,,ໄປສາຈັກສອງຈອກ!
(ເປັນສູດ ຂອງດື່ມຜສົມດ້ວຍ ເຫຼົ້າ ວອດກ້າ, ນ້ຳຫວານແລະຊອດຕາບາຍໂກ!)
ພີ່ນ້ອງເອີຍດ້ວຍເຫດນີ້ແຫຼະຈື່ງວ່າຄອຍຫາມື້ອື່ນ!
ຢ່າໃຫ້ນຳມາແທ້ເດິຂ່າວຮ້າຍ
ຢ່າໃຫ້ພົບແທ້ເດິຄວາມອັບປີນາໆປະການ
ຢູ່ໃສກະດາຍຂໍໃຫ້ທຸກຄົນຈົ່ງຢູ່ດີມີແຮງ
ຂໍໃຫ້ມື້ອື່ນຂອງພວກທ່ານທຸກຖ້ວນໜ້າຈົ່ງຣາບຣື້ນແຈ່ມໃສໄປດ້ວຍດີ!
ຢ່າໃຫ້ມີການຮີບຮ້ອນ,ຫວາດຫວັ່ນໃດໆ.
ເພາະໂລກນີ້ນອກຈາກໄທເຮົາເຈົ້າຂ້ອຍແລ້ວກໍຍັງມີຢູ່ນຳເຮົາ..
ພວກທີ່ມີຄວາມກະຕືລືລົ້ນຫຼືບໍ່ພໍອົກພໍໃຈມາກມາຍ!
ເຂົາຄິດພຽງເພື່ອເຂົາແລະພັກພວກຫຼືກຸ່ມຂອງເຂົາ!
ເຮົາບໍ່ເຄີຍຖືກນັບເຂົ້ານຳຈັກເທື່ອເວັ້ນໄວ້ຍາມເລືອກຕັ້ງ ທີ່ເຂົາຢາກໄດ້ສຽງເຮົາ!
ຂໍໃຫ້ມື້ອື່ນຈົ່ງນຳເອົາຂ່າວດີໄປໃຫ້ກັນແລະກັນເຖີດເອີຍ!
ສບາຍດີ
ບໍ່ໄດ້ມາພົບໜ້າພໍ້ຕາກັນຕັ້ງຫຼາຍວັນ, ໂລກນັ້ນເໝືອນຢຸດນີ້ງຊົ່ວຄນະໜື່ງໄປ!
ໄປດ້ວຍຄວາມຈຳເປັນ
ໄປດ້ວຍເຫດບັງເອີນແລະບັງຄັບ.
ຢູ່ບໍ່ຢູ່ຕື່ນຂື້ນມາກໍຮູ້ສືກເປັນນຶກໆໃນກະເພາະ!
ເໝິດວັນສຸກນັ່ງເຮັດວຽກໄປຢ່າງທໍຣະມານ.
ເຈັບທ້ອງຢ່າງວ່າຍ່າງບໍ່ເປັນ!
ເລີກວຽກກໍກັບເມືອເຮືອນ ພະຍາຍາມຈົກຄໍໃຫ້ຮາກຄິດວ່າມັນຈະໄຄຂື້ນ.
ທັງກິນຢາບາງຢ່າງແກ້ເຈັບປວດກະບໍ່ມີທ່າທີ່ວ່າຈະໄຄຫຼືດີຂື້ນ.
ແມ່ທັບຍົກ!ເລີຍໂທຣະສັບໄປຫາແພດສຸກເສີນໃຫ້ມາເບີ່ງ.ເຂົາກວດນັ້ນນີ້້ຜ່ານໄປ
ກໍບໍ່ມີຫຍັງເປັນທີ່ຈະບົ່ງບອກໄດ້ຊັດແຈ້ງວ່າເກີດຫຍັງຂື້ນ.
ເລີຍມີຄຳສເນີສອງຂໍ້:
ກ.ຈະໃຫ້ເຂາພາໄປໂຮງໝໍບໍ?
ຫຼື;
ຂ.ຈະໃຫ້ເຂົາສັກຢາບັນເທົາຊົ່ວຄາວຫູື້ອາຈຫາຍຂາດໄປໄດ້..ຫາກວ່າບໍ່ຫາຍດີກໍຕ້ອງໄດ້ຮັບຜິດຊອບເອົາເອງ.?
ກໍເລີຍຕັດສິນໃຈໃຫ້ເຂົາພາໄປໂຮງໝໍ! ເອົາໄປເຂົ້າໂຮງໝໍ.ກະໄດ້ຍົກຍ່າງຍ້າຍຂື້ນ ອັມບູລງສ໌ໄປປັບເລີຍ!
ໄປຮອດປຶບເຂົາກໍຈົດຊື່ຈົດສຽງຕາມຣະບຽບ.
ເອົາເລືອດໄປກວດ, ໄລ່ຂ້າໄປເຮັດເອກສ໌ເຣ.
ບາດສຸດທ້າຍທ່ານໝໍຍັງມາກວດທາງໃນດ້ວຍນີ້ວຊີ້!
ເລີຍໄດ້ຖາມທ່ານ ນາງໝໍວ່າເປັນຫຍງຈື່ງເຈັບແບບນີ້ແລະມີແຜນແນວໃດເພື່ອຈະຈັດການກັບຄວາມເຈັບນີ້ໄດ້!?
ກໍມີຢູ່ສອງວິທີ:
- ກ. ກໍຄື ດ້ວຍວິທີສວນ(ແມ່ນຄວາມແທ້ບໍ!?)ແມ່ນເອົານ້ຳເກືອຮ່າຍເຂົ້າທາງບັ້ນທ້າຍ...
ແລະ,
- ຂ. ຜ່າຕັດ!
ໂອຍຕາຍກູບາດນີ້ ສ່ຳເຈັບທ້ອງລ້າໆກະຊິມາຜ່າທ້ອງກັນຫຼິ້ນ!
ກະເກືອບວ່າເຂົາພາກັນຝົນມີດໄວຮຽບຮ້ອຍ.ກຽມກັນຫຼາຍວັນ
ດີແຕ່ຜົນການສວນນັ້ນໃຫ້ຜົນ ຫຼັງຈາກຜ່ານໄປ ເທື່ອທີ ຫົກ!
ທັງຢຸກຢານາໆປະເພດແລະນ້ຳເກືອມື້ລະລິດ!
ເຂ້າບໍ່ໄດ້ຕົກປາກຫ້າມື້ພໍດີ!
ແຕ່ກະບໍ່ຫີວດອກ!
ຫີວແຕ່ນ້ຳ!
ແບບວ່າບໍ່ໄດ້ກິນນ້ຳກິນເຂົ້າ!!ຫ້າມື້ຫ້າຄືນ!
ກະດີໄປແນວໜື່ງລົດນ້ຳໜັກໄປ ຫ້າໂລ!
ພວກນາງພະຍາບານທັງທ່ານໝໍເປັນວົນໆກັນມື້ລະຫຼາຍຄົນ.
ວັນອາທີດຫັ້ນແມ່ນວ່າທຸກສອງຊົ່ວໂມງພາກັນມາບີບມາຄຳ, ມາຟັງທ້ອງຂອງຂາເຕົ່າວ່າມັນມີເຫດຫຍັງພິລືກປືກໜາແທ້!
ເກືອບໄດ້ຂື້ນຂຽງເຂົາແທ້ໆແຫຼະ ອາທີດນີ້!
ແຕ່ກະລອດໄປໄດ້ຢ່າງຫວຸດວິດ!
ມື້້ນີ້ເລີຍໄດ້ອອກຈາກໂຮງໝໍພ້ອມຮ່າງກາຍທີ່ປາສຈາກຄົມມີດ!
ເລີຍບໍ່ໄດ້ຮ້ອງເພັງ ຮັກເໜືອຄົມມີດຈ້ອຍ!
ແຕ່ມື້ອື່ນຍັງຈະຕ້ອງໄດ້ໄປກວດທາງພາກສ່ວນໃນໆເລິກໆ ທີ່ເຂົາເອີ້ນກັນວ່າ ໂກໂລໂນສະໂກປີ!
ເວນຫ້າຮ້ອຍ!ເປັນສາມເທື່ອ!
ການທົດສອບຂອງເຂົາເຈົ້າກ່ອນທີ່ຈະຫວິດຄົມມີດໄດ້ກໍຫຼາຍວິທີ!
ເອົາທັງການທົດລອງໃຫ້ດື່ມຢາບາງສນິດເພື່ອໃຫ້ເຫັນຮ່ອງຮອຍວ່າບ່ອນໃດໃນລຳໄສ້ມັນຕັນ!
ຕັນແທ້ຕັນວ່າ ປານຣັດເຊັຍທີ່ປີດທໍ່ແກສກັນກັນ ຢູເຄຣນ.
ແກສທາງໃນກະບໍ່ຢາກລອດອອກມາຈັກດີ້!
ຈື່ງພາໃຫ້ສພາບການທາງໃນທ້ອງໂດຍສເພາະລຳໄສ້ໃຫຍ່ເບງປານລູກບານ!
ດ້ວຍເຫດນີ້ຈື່ງພາໃຫ້ເຈັບຢ່າງຫາບ່ອນຍາກ!
ຖ່າຍກະບໍ່ຖ່າຍ, ຕົດກະບໍ່ຕົດ ໂອຍເວນສອງຮ້ອຍຫ້າສີບຄູນສອງກະບໍ່ປານ!!!
ຖອດເປັນສຳນວນລາວຈາກພາສາທ້ອງເຈັບໂດຍ
ຂາເຕົ່າ
ທີ່ຫວິດຄົມມີດມາສົດໆຮ້ອນໆ!
ໄຂ່
ສຳຫຼັບ ບຸນ ອິສເຕີ ຂອງຄອບຄົວ ສອງເຂືອເຖົ້າ!
ເອົາແບບງ່າຍໆ. ຕົ້ມໄຂ່ໃຫ້ສຸກ ແລ້ວກະປະໃຫ້ມັນເຢັນ, ແລ້ວຕົ້ມນ້ຳເພື່ອລະລາຍສີ ທີ່ຊື້ມາ(ເປັນສີສຳຫຼັບໃຊ້ໃສ່ອາຫານ, ໃຊ້ຍ້ອມໄຂ່ໂດຍສເພາະ!)
ເມື່ອນ້ຳຟົດແລ້ວກະເອົາສີລົງລະລາຍໃສ່ໃນຈອກ ຫຼື ກະປ໋ອງແກ້ວເພື່ອໃຫ້ໄດ້ແຕ່ລະສີ!!!.ເມື່ອສີລະລາຍດີແລ້ວກະເອົາໄຂ່ລົງແຊ່ ປະມານ ໒໐ ນາທີ ແລະຢ່າລືມເອົານ້ຳສົ້ມ ໃສ່ນຳເພື່ອບໍ່ໃຫ້ສີມັນເປິະເປື້ອນຍາມຈັບບາຍ.
ເມື່ອເຫັນວ່າສີມັນໂອບໄຂ່ດິບດີແລ້ວກະຖອກນ້ຳອອກ ແລ້ວເອົາໄຂ່ມາໃສ່ຈານໃຫ້ມັນແຫ້ງ..
ເມື່ອມັນເຣີ້ມແຫ້ງກໍຈະມີລວດລາຍຢ່າງມຫັສຈັນອອກມາແບບນີ້.
ມີຫຼາຍວິທີທີ່ເຂົາເຈົ້າຕົກແຕ່ງໄຂ່ໃນຍາມບຸນນີ້:ມີທັງເອົາສີມາແຕ້ມ, ເອົາ ລົງຈຸ່ມໃນນ້ຳຂີ້ເຜີ້ງແລ້ວມາຄວັດລວດລາຍຕາມມັກ..
ແຕ່ທີ່ ສຸດຍອດຂອງໄຂ່ໃນຍາມບຸນນີ້ແມ່ນໄຂ່ ທີ່ ພຣະເຈົ້າຊາຣ໌ ແຫ່ງຣັດເຊັຍທີ່ສັ່ງໃຫ້ນາຍຊ່າງ ຊື່ ຟາແບກສ໌-Faberge ເປັນຊາວຝຣັ່ງເສດ..ສັ່ງ ເພື່ອເປັນຂອງຂວັນແກ່ ພຣະຣາຊີນີ! ໄຂ່ນີ້ເອ້ດ້ວຍເພັດນິນຈິນດາ...ຕໍມາກໍເອີ້ນໄຂ່ນີ້ເປັນໄຂ່ ຟາແບກສ໌(ອັນທີ່ພຣະເຈົ້າຊາຣ໌ສັ່ງຫັ້ນ)
ໄຂ່ສນິດນີ້ມີຢູ່ໃນໂລກບໍ່ທໍ່ໃດໜ່ວຍ ຣາຄາແພງ.
ເບີ່ງແມ!ໃນຮູບທີ່ມີລວດລາຍອັນປານີດຫັ້ນ!
ໃນຮູບຕໍ່ໄປແມ່ນໄຂ່ທີ່ສອງເຂືອເຖົ້າພາກັນເຮັດຕາມປະເພນີແບບງ່າຍໆ.
ຢູ່ໂປແລນໄຂ່ນີ້ຈະເປັນ ທັງເອ້ໂຕະອາຫານໃນຍາມບຸນແລະເປັນທັງສັນຍາລັກ ດັ່ງບ້ານເຮົາຝ້າຍຜູກແຂນ, ໃຊ້ແບ່ງກັນແລ້ວອ່ວຍໄຊໃຫ້ພອນແກ່ກັນ!!!
 (10 zdjęć)
ຄວັນຢາ...

ເປັນຫຍັງຄືນນີ້ເຈົ້າຄືສູບຢາຫຼາຍແທ້?
ໃນຫ້ອງເຮືອນເຕັມແຕ່ກິ່ນສາບຂອງຢາ..
ເບີ່ງມືຂອງເຈົ້າທີ່ຈັບກັບໄມ້ຂີດໄຟ ກະສັ່ນ!
ຍິ່ງໄປກວ່ານັ້ນ ກິ່ນສາບຈາກເຫຼົ້າວາຍກະພູ້ງຂື້ນປະສົມກັນ...
ໂອຍຢູ່ນຳບໍ່ໄຫວແລ້ວແບບນີ້!
ປະຕູປ່ອງອ້ຽມກະອັດແໜ້ນຈົນວ່າບໍ່ມີລົມລອດເຂົ້າມາຈັກໜ່ອຍ!
ແລ້ວເຈົ້າຈະຢູ່ໄປຈັ່ງຊີ້, ອົບຄວັນຢາ, ທັງສ່າເຫຼົ້າໄປຈັ່ງຊີ້ຕຼອດຊີວິດຊັ້ນບໍ?
ເວົ້າແລ້ວຜູ່ເປັນລູກກະຍ່າງໄປໄຂປ່ອງອ້ຽມເພື່ອໃຫ້ອາກາດສົດເຂົ້າມາໄລ່ຄວາມເໝັນສາບ
ອອກໄປຕາກອາກອດທາງນອກ, ເພື່ອໃຫ້ອາກາດທີ່ປອດໂປ່ງເຂົ້າມາແທນທີ່ແລະເພື່ອໃຫ້ປອດຂອງພໍ່ນັ້ນໄດ້ຫາຍໃຈ, ປ່ຽນອາຍອອກໄປແນ່ຈັກຍາມ.
ພະຍາດທີ່ຮ້າຍແຮງສຳຫຼັບມະນຸສບໍ່່ແມ່ນແຕ່ ມະເຮັງ, ເອດ ຫຼືໂຣກຫົວໃຈວາຍເທົ່ານັ້ນ
ແຕ່ໂຣກຂີ້ເຮື້ອນ, ໂຣກຂີ້ຄ້ານມັກງ່າຍແລະບໍ່ເອົາໃຈໃສ່ການຮັກສາສຸຂພາບໂຕເອງນີ້ກະຮ້າຍແຮງພໍປານກັນ..
ແລະທີ່ຮ້າຍກາດທີ່ສຸດກໍຄືໂຣກ ຕິດເຫຼົ້າເມົາຢາ..ທັງຜົນຮ້າຍນາໆປະການທີ່ຕິດຕາມມາ..
ພວກຂີ້ເຫຼົ້າເມົາຢາຍັງໂອຫັງ..ບໍ່ຟັງໃຜ, ຂັບຂີ່ຣົຖໄປສ້າງຄວາມເສັຍຫາຍກໍມາກມາຍ,ລົ້ມຕາຍກັນໄປກໍມາກມາຍ..
ບໍ່ແມ່ນແຕ່ເພີ່ນຜູ່ດຽວຕາຍຜູ້ອື່ນທີ່ໃຊ້ຖນົນກະຍັງພອຍໄດ້ຮັບກັມໄປນຳ!!
ຊ້ຳບໍ່ພໍພະຍາດນີ້ມັນເໝືອນກັບວ່າທັງຄອບຄົວເປັນໄປເໝິດ.
ລູກຊາຍເປີດປ່ອງອ້ຽມໃຫ້ອາກາດເຂົ້າມາຖ່າຍຖອນຄວາມໜາຂອງບັນຍາກາດແລະອາກາດ
ໃນຫ້ອງຂອງພໍ່ໄປ..ທັງຄິດສົມເພດເສທນານຳໂຊກຊາຕາຂອງຕົນທີ່ມີພໍ່ກະບໍ່ສົມຄວາມເຄົາ
ຣົບນັບຖືແລະສັທທາທີ່ພໍ່່ ກໍຄືພໍ່!
ສົມເພດພໍ່ກະພໍປານກັນ!
ໂລກນໍໂລກຈັ່ງແມ່ນມັນຄັກ!
ເກີດມາເປັນຄົນນຳເຂົາເທື່ອດຽວກະມາມີພໍ່ຂີ້ເຫຼົ້າ
ຊິປະໃຫ້ຈົມຢູ່ກັບຄວັນຢາແລະກິນສາບໆຂອງເຫຼົ້າແລະກິ່ນອາຍຄວາມຊຸ່ມຈື້ນຕ່າງໆມັນກະຄືໄຮ້ມະນຸສຍະທັມແທ້ໆ
ໃຈໜື່ງກະຄິດໄປວ່າຕ້ອງຫາທາງອອກໃຫ້ພໍ່!ແຕ່ຍັງບໍ່ຮູ້ວ່າຈະຫາຫຍັງມາແກ້ກະຍັງບໍ່ທັນຄິດພໍ້.
ເມື່ອເຫດການເກີດມີມາຍ້ອນວຽກ
ຕົກວຽກມາພໍ່ເສັຍໃຈບໍ່ຄິດຈະຫາຫຍັງມາແທນວຽກກັບເຂົ້າຫາສຸຣາຢາເມົາ.
ໜີ້ແຫຼະນໍຊີວິດ!