ເພື່ອວັນທີ່ປະຕູສວັຣຄ໌ຈະເປີດໃຫ້..

,,ນ໊ອກນ໊ອກທູເດີຮາເວັນສ໌ດໍຣ໌,,

ຈຳໃຈລຸກຂື້ນ ຫຼັງຈາກໂມງປຸກໄດ້ຕົບຫູແຕ່ຫ້າໂມງ...

ແຕ່ຫາກຍັງນີ້ງເສີຍນອນກອດໝອນຢູ່ຈົນຮອດຫົກໂມງ.

ທີຕັ້ງໂມງໃຫ້ປຸກແຕ່ເຊົ້າກໍເພາະຄິດວ່າຈະໄປຂາຍຂອງທີ່ຕຼາດນັດ...
ເມື່ອລຸກຈາກຕຽໂກ່ງໂກ້ຍຫາເສື້ອຜ້າອາພອນ
ຫຼັງຈາກໄດ້ລ້າງໜ້າຖູແຂ້ວໃຫ້
ກ້ຽງປານດາກເດັກນ້ອຍແລ້ວ
ກໍຈຳ
ໃຈລົງເຮືອນໄປ...
ເມື່ອໄປຮອດຕຼາດແລ້ວໝູ່ຄູ່ຖ້າແລ້ວກັບຈອກນ້ຳຕາຜີເຜດ!
ເມື່ອເປັນພິທີເປີດຕຼາດຮຽບຮ້ອຍແລ້ວກໍຈັດແຈງແຕ່ງວຽກ...
ພໍດີຄິດພໍ້ວ່າແລງວານນີ້ໄດ້ເຜົາໝາກເລັ່ນ, ຫົວຜັກບົ່ວ,
ຫົວກະທຽມ ແລະໝາກພິກໄວ້..
(ແຕ່ໄດ້ມອດໄຟ
ແລ້ວກ່ອນເຂົ້ານອນ!)
ເລີຍໂທຫາອີ່ແມ່ຈອມຂວັນສັ່ງໃຫ້ມ່າເຂົ້າໜຽວຂາວປົນກັບເຂົ້າກ່ຳ!!!
ເພື່ອວ່າບາດກັບມາແຕ່
ຕຼາດຈະໄດ້ເຮັດແຈ່ວໝາກເລັ່ນ ກັບໜື້ງຜັກ...
ເປັນອາຫານທີ່ທັງໜັກທັງເບົາ..ໜັ້ກກໍຄືເຂົ້າໜຽວ, ເບົາກໍຄືຜັກ...
ແຕ່ເຮົາຜັດໄດ້ຕົ້ມສົ້ມໄກ່ພ້ອມ...ໃສ່ໝາກຂາມ ແມ່ນວ່າເປັນຂອງແຊບທີ່ມັກ ໂດຍສເພາະນ້ຳແກງທີ່ສົ້ມໆຫັ້ນ!!!
ເມື່ອສ່ວຍເຂົ້າແລ້ວ ກິ່ນມັນຫອມເຍົ້າໃຈແທ້ໆ ນາງເມັຍກໍເອົາແຈ່ວກັບເຂົ້າໜຽວ..
ເອົາເຂົ້າໜຽວຄູ້ຍແຈ່ວ ທັງເຜັດທັງແຊບ..ນ້ຳຕາຍ່າວອອ
ກມາແຕ່ວ່າ ແຊບ ເພີ່ນວ່າ..
ເອົາຜັກໃຫ້ລອງຊິມ
ກັບແຈ່ວ..ອື ຄັກແລະເຂົ້າກັນດີ ພັດວ່າ!!
ພໍດີຕອນນັ້ນສຽງເພັງທີ່ໂຕເອັງມັກຟັງຣາຍການຂອງໂຄສົກຜູ່ມີຊື່ສຽງ
ທີ່ມີຣາຍການຕອນບ່າຍຂອງວັນອາ
ທີດ..ທຳອິດກໍເປີດເພັງຂອງພວກລາຕິນ..
ຕໍ່ມາກໍແຜ່ນສຽງແຜ່ນໃ
ໝ່ຂອງສຕິງ!!!
ແລະຕໍ່ມາກໍແມ່ນ ບອບ ດີແລນ...ນ໊ອກນ໊ອກທູເດີຮາເວນສ໌ດໍຣ໌ ດັງແຜ່ວອອກມາ..
ເຂົ້າກັນດີກັບອາຫານຄາບນີ້ມື້ນີ້ ຄິດໃນໃຈ..
ມັນຄ້າຍກັບວ່າເປັນອາຫານຄາບທີ່ປະຫຍັດສຸດ,ແຕ່ດົນໆໄດ້ຕົກແຕ່ງກິນເທື່ອໜື່ງ...
ກ່ອນຈະເຮ
ັດແຈ່ວໄດ້ກໍຕ້ອງມີ ຜັກຫອມປ້ອມ..
ຂາດຜັກນີ້ແລ້ວແ
ຈ່ວໝາກເລັ່ນເໝິດຄວາມໝາຍ!!!
ຈື່ງວ່າປານຂື້ນສວັຣນຳອາຫານປະເພດນີ້..
ຕົ້ມໄກ່ກະໄດ້ແຕ່ຊົດນ້ຳ...
ຕ່ອນມັນປະໄວ້ໃນໝໍ້...
ຄົນເຮົາບໍ່ຈຳເປັນຕ້ອງມີຫຍັງຫຼວງຫຼາຍເພື່ອຈະມີຄວາມສຸຂນ້ອຍໆໄດ້
(ເວົ້າໃນກໍຣະນີໂຕເອັງດອກວາ!)
ໂອຍລືມເຜົາຂີງໃສ່ນຳແຈ່ວກະດາຍ!!!
ໄວ້ເທື່ອໜ້າ!!!
ໃນຮູດຳນັ້ນໃຫຍ່ຢ່າງມະຫັນ

ຍັງບໍ່ທັນມີໃຜໄປແບ່ງປັນແລະໃຫ້ສຳປະທານ...
ເຫັນວ່າບັນດາເຈົ້າໃຫຍ່ນາຍໂຕເຮົາເກັ່ງທາງດ້ານນີ້ສົມຄວນມອງເຫັນໄກ
ໄປວາງແຜນຈັບຈ່ອງໄວ້ກ່ອນໃຜໆໆ
ກ່ອນທີ່ເຂົາຈະໄປຈັບຈ່ອງ!
ກຳໄລບໍ່ໃຫ້ເວົ້າແນ່ນອນວ່າມັນຕ້ອງມະຫາສານ!
ເພາະໃນຮູດຳຫັ້ນມັນບໍມີແຕ່ຄວາມດຳແລະຄວາມເປົ່າຫວ່າງທໍ່ນັ້ນຍັງສາມາດດືງດູດເອົາທຸກຢ່າງເຂົ້າໄວ້!
ຢູ່ໃນຮູດຳຫັ້ນບໍ່ຮູ້ວ່າມີອີ່ຫຍັງຕໍ່ອີ່ຫຍັງທັງແກສ, ທັງບໍ່ຄຳບໍ່ເງິນບໍ່ທຸກໆຢ່າງວ່າຊັ້ນເທາະ!
ໃຜໄປຈັບຈ່ອງກ່ອນຢາກໄດ້ທໍ່ໃດກະຕາມໃຈ
ພຽງໃຫ້ໄປແທກເອົາເອງ!!
ເອົາເປັນປີແສງກະໄດ້ບໍ່ແພງດອກຂໍເອົາວິນາທີໜື່ງຈັກໂດລາກະພໍ!!
ຢາກໄດ້ຈັກປີກໍຕິດຕໍ່ມາເດິ!

ຫາກແທກໄດ້ແລ້ວປັກຫຼັກຄັກແນ່ແລ້ວກັບມາເຊັນສັນຍາກັນນໍ!
ແຕ່ຕ້ອງໄດ້ໃຫ້ມັດຈຳກ່ອນກ່ອນຈະລົງມືໄປວັດແທກໄວ້ກ່ອນ ເອົາ ໐,໐໐໑ ເປິເຊັນຂອງໜ້າພຽງທີ່ຕ້ອງການ!
ໄປແທກເອົາເອງ!
ຈົດແລະໝາຍປັກຫຼັກໄວ້ຄັກແນ່ແລ້ວເອົາແຜນທີ່ຮູດຳຫັ້ນມາລົງທະບຽນກັນຢ່າງເປັນທາງການ!
ຊາໃຈແລ້ວຢາກຂາຍທັງເໝິດເລີຍ ໃຜຕັດສິນໃຈໄວໄດ້ ດິສຄາວນ໌ ໓໐ ເປິເຊັນ!

ຫາກບໍ່ມີເງິນ ໂດລາ ອະເມຣິກາ ເອົາ ເງິນ ປອນ ອັງກິສ ກະໄດ້!
ແຕ່ຫາກວ່າທັງ ໂດລາແລະປອນ ບໍ່ມີແລ້ວເອົາ ຟຣັງຂອງ ສວິຊກະໄດ້!!!
ຫາກບໍ່ມີທັງສກຸນເງິນເຫຼົ່ານີ້ແລ້ວເອົາ ຢູ່ໂຣກະໄດ້ ແຕ່ບໍ່ ຢາກພໍໃຈປານໃດ ແຕ່ກໍຈະຜ່ອນຜັນແລະນະໂຍບາຍໃຫ້!!
ໄປແລ້ວບໍ່ກັບມາ ເງິນມັດຈຳຕົກເປັນກັມມະສິດຂອງເຮົາຢ່າງບໍ່ມີເງື່ອນໄຂ!
ໃຜມາໄວກ່ອນໄດ້ ດິສຄາວນ໌ ໑໐ ເປິເຊັນ!

ບໍ່ແມ່ນເສັຍຫົວຍ້ອນຢ້ານການກໍ່ອາສຍາກັມຂອງພວກ ຣັຖອິສລາມດອກ!
ແຕ່ຢາກຂາຍສິ່ງທີ່ຜູ້ອື່ນຍັງບໍ່ທັນຄິດພໍ້!
ໃຜເຫັນໄກຄືກັນຮີບມາຮ່ວມມື້ ແລະຖືຮຸ້ນນຳກັນ!!
ຮຸ້ນໜື່ງກະບໍ່ແພງດອກ..ພຽງແຕ່ ໑໐໐໐ໂດລາທໍ່ນັ້ນ!!
ທັງເໝິດມີ ນື່ງ ປີ ແສງ!

ຮາໆໆໆ
ຣວຍຄັກໆບາດນີ້!
ຄາວກ່ອນ,
ຢູ່ສວັນນະເຂດ
ຮຽນປີສຸດທ້າຍ ຢູ່ລີເຊສວັນ-ຫ້ອງແຕກມີນາລ ອາ!
ມາເປັນສິດໃໝ່ໝູ່ຄູ່ກະພໍມີ.
ເມື່ອຢູ່ໄປນານເທົ່າໃດແຮ່ງມີມາກມາຍຫຼາຍຂື້ນ!!
ແຕ່ກະຍັງຂາດຜູ່ຢູ່ໃກ້ຫົວໃຈທາງເພດກົງກັນຂ້າມ!
ຊາດວ່າຊວຍແມ່ນວ່າສາວລິເຊກະບັກຫຼາຍໆ!
ບໍ່ເວົ້າແຫຼະພວກຫ້ອງອື່ນ
ໃນຫ້ອງໂຕເອງກະມີແຕ່ຜູ້ໂກ້ໆແຕ່ສ່ວນຫຼາຍເຂົາມີແນວເກາະແນວຂ້ອງແລ້ວ ຫຼືວ່າເກີນຍາມ!!!
ມີໝູ່ຄົນຫວຽດຜູ້ໜື່ງທີ່ທຸກແລງພາກັນເລາະເມືອງສວັນກິນລົມຊົມດອກເອື້ອງ!
ແລະພາກັນຫາກິນອາຫານແຊບໆຕາມນິສັຍ!
ມື້ໜື່ງສ່ຽວກວາງຕູ້ຍວ່າຊິພາໄປກິນ ໝາ!!!
ທີ່ໝູ່ຂອງເຂົາຈະເຮັດໃນຄ່ຳນັ້ນ...
ໂຕເອງໃນຊີວິດບໍ່ເຄີຍແຕະຕ້ອງຢ່າງຮູ້ໂຕມາກ່ອນ!(ອາຈໄດ້ກິນໃນຖ້ວຍເຝີບາງຄັ້ງທີ່ຄິດວ່າເປັນຊີ້ນງົວ!)
ມັນກໍເປັນເວລາ ເກືອບແປດໂມງແລ້ວກວາງຕູ້ຍວ່າ ພວກເຂົາຄົງຕົກແຕ່ງແລ້ວໆ..ໄປໆໆ
ແຕ່ບັງເອີນໄປໄວໂພດພໍດີໄປເຫັນໝູ່ສອງສາມຄົນກຳລັງຄົວຢູ່!
ໂອຍກິ່ນມັນໂພດພິລືກ...ຈົນວ່າຫັນດັງໄປທາງອື່ນປານນັ້ນກະຍັງຫັນໜີບໍ່ຫວິດ!
ກິ່ນຄາວ!
ກວາງຕູ້ຍວ່າ ໂອຍກູເອົານຳບໍ່ໄຫວດອກສູ!!
ກະພາກັນຂື້ນຣົຖຈົກໄປທາງອື່ນ!!!
ໂຕເອງກະບໍ່ວ່າຫຍັງ, ໃນໃຈແທ້ກະບໍ່ຄິດຢາກຈະກິນດອກແຕ່ເຮັດເປັນແບບພະເອກ ວ່າຢາກຈະລອງແທ້ໆ!
ແຕ່ກ້ອງຈິຕສຳນຶດແທ້ ໂອຍບໍ່ເອົານຳ!
ກະເລີຍພາກັນໄປກິນອາຫານແບບລາວໆກັນຄືກ້ອຍຊີ້ນງົວຢູ່ຮ້ານອາຫານແຄມຂອງຫຼັງໂຮງໜັງລາວເຈຣີນ..(?).


ເທື່ອໃໝ່ອີກ,
ຄັ້ງໃໝ່ກະວ່າຈະໄປກິນນຳໝູ່ນັກຮຽນນຳກັນທີ່ວ່າຈະພາກັນປິ່ນຟານບ້ານ-ສມັຍນັ້ນເອີ້ນໂຕໝາວ່າຟານບ້ານກັນ!
ກະຫຼືຈະເອີ້ນວ່າຈັງບຸນຫຼືຈັ່ງໃດ..
ຖ້ຽວນີ້ກະໄປນຳບໍ່ທັນໝູ່ເຂົາກິນປິ່ນຟານບ້ານເໝິດກ່ອນ!
ເຫຼືອແຕ່ຫົວທີ່ເຂົາຍໍມາໃຫ້ຄຣູພາສາອັງກິສ-ຄົນອະເມຣິກາເບິ່ງວ່າເພິ່ນໄດ້ກິນຫຍັງແລງນີ້! ທີ່ໄດ້ຖາມພວກນັກຮຽນຜູ້ປິ່ນຟານຫັ້ນວ່າແທ່ແທ້ມັນແມ່ນໂຕອີ່ຫຍັງທີ່ກິນໄປນັ້ນ?
ພວກນັກຮຽນວ່າແມ່ນໂຕແບ້!!
ແລະເອົາຫົວແບ້ມາໃຫ້ເບີ່ງ!
ມັນພັດຄືຫົວໝາ!
ທຸກຍາມທີ່ພໍ້ຄຣູຄົນນັນມັກຈະຢອກເພິ່ນດ້ວຍສຽງຮ້ອງແບບແບ້!!!
ເພິ່ນກະຫົວຍິ້ມເປີ້ຍ!
ທີ່ຈື່ຄຣູຄົນນີ້ບໍ່ແມ່ນຍ້ອນຫົວແບ້ດອກ ແຕ່ເປັນຜູ່ທຳອິດທີ່ພາຂ້ອຍເຂົ້າສູ່ຄວາມມັກໃນດົນຕຣີ ໂຟກຊອງ-ໄດ້ຮູ້ ເລໂອນາດ ໂຄແຮນ, ບອບ ດີແລນ...
ເທົ້າຮອດມື້ນີ້ຂ້ອຍກະຍັງມັກ:Les partisans, Blowin' in the wind ຢູ່
ແນວວ່າເສັຍຫົວໃຫ້ນັກຮຽນໄປຮອບໜື່ງ!
ຕໍ່ຄຳຖາມທີ່ວ່າທ່ານເຄີຍໄດ້ກິນມາກ່ອນບໍ?
ເພິ່ນຕອບແບບສລາດຫຼັກແຫຼມວ່າ ກະເຄີຍໄດ້ກິນມາແລ້ວຄາວຢູ່ ເກາະໃຕ້ຫວັນ!
ຈັ່ງຊີ້ແຫຼະເຂົາວ່າວ່າສນາຊິບໍ່ໄດ້ຫຍ້ຳໄປຫຼາຍຊຳກະບໍ່ໄດ້ແຫຍ່
ຮູແຍ້ນໍ!!!

ອະທິບໍດີແຖລງ...

ທ່ານພໍ່ແມ່ພີ່ນ້ອງຜູ່ໃຊ້ຣົຖໃຊ້ຖນົນໂປຣດຊາບ
ເຮົາໃນນາມໂຄສົກຂອງກະຊວງໂຍທາທິກາຣຂໍແຈ້ງໃຫ້ທຸກທ່ານໄດ້ຊາບ
ຢ່າງທົ່ວເຖິງນຳກັນວ່າ:
ທ່ານອະທິບໍ່ດີກຣົມຂົວທາງແຫ່ງຣັຖໄດ້ແຈ້ງມາວ່ານັກວິຊຊະວະກອຣສ້າງຂົວທາງ
ຂອງເຮົາໄດ້ແນມເຫັນຄວາມຕ້ອງກາຣຈາກຫຼາຍດ້ານໃນກາຣໃຊ້ຂົວແລະທາງ
ຕາມທຳມະດາໃນຕ່າງປະເທດເຂົາບໍ່ໄດ້ກຳນົດແລະບໍ່ເຫັນຄວາມສຳຄັນໃນກາຣ-
ໃຊ້ທາງຄືໃນບ້ານເຮົາໂດຍບໍ່ໄດ້ເອົາເງື່ອນໄຂແລະເຫັນຄວາມສຳຄັນແລະຕ້ອງກາຣ-
ຂອງສັດໂດຍສເພາະຝູງຄວາຍ, ທີ່ໃນປະເທດຂອງເຂົາເຈົ້າກໍບໍ່ມີທັງຄວາຍ ຫຼືກະບືແລ້ວແຕ່ໃຜຈະເຂົ້າໃຈ(ຫຼາຍຄົນບໍ່ຢາກເວົ້າຄຳວ່າຄວາຍ!
ເພາະຫຼາຍຄົນໄດ້-ສຶກສາສູງມາແຕ່ຝັ່ງນັ້ນ). ແຕ່ບາງທ່ານເວົ້າພາສາລາວຜສົມພາສາສາກົລ, ພາກັນເວ່ົ້າພາສາອຶ່ນກະເກືອບໃຫ້ເປັນພາສານັ້ນກັບກາຍເປັນພາສາ
ທີ່ຄ້າຍຄືເກີດໃໝ່ ຍາກໃນຄວາມເຂົ້າໃຈ!!!
ບໍ່ຮູ້ວ່າວິຊາສເພາະຄົງເກັ່ງແລະບໍ່ຈອດກະຈາດອກຕິ!
ເຫດຜົລທີ່ທາງບ້ານເຮົາເປັນໄປແລະຕົກຢູ່ໃນສະພາບນີ້ກໍຍ້ອນວ່າ
ຄວາຍເປັນສັດປະຈຳຊາຕລາວມາແຕ່ດຶກດຳບັນເປັນກະດູກສັນຫຼັງຊອງຊາຕ!
ຈື່ງໄດ້ຖືເປັນປັຈຈັຍໜຶ່ງໃນກາຣສ້າງຫຼືຕັດທາງຕ້ອງໄດ້ໃຫ້ຂໍ້ພິເສດ ຄືວ່າຕ້ອງໃຫ້ຝູງຄວາຍກະມີຄວາມສະດວກແລະມີກຽຕໃນກາຣຍ່າງຂ້າມຫຼືຍ່າງ-
ຕາມແຄມຖນົນສາຍສຳຄັນຫຼືບໍ່ສຳຄັນຂອງປະເທດ ເພື່ອແສດງຄວາມຮູ້ບຸນຍ໌ຄຸນຂອງຄວາຍ!
ຍາມມັນຢາກນອນເກືອກຕົມກະຈຳຕ້ອງໄດ້ໃຫ້ມີບວກຕົມສນົມຫອມ..ແກ່ຄວາຍ!
ດ້ວຍເຫດນີ້ຈຶ່ງຂໍຮຽກຮ້ອງແລະແຈ້ງກາຣແກ່ບັນດາທ່ານຍິງ, ທ່ານຊາຍທີ່ມີຣົຖໂກ້ໆ
ແລ່ນຢຽບຂີ້ຕົມຈົ່ງຢ່າໄດ້ຈົ່ມແລະໂວຍວາຍວ່າຫົນທາງເຮົາເຕັມແຕ່ຂີ້ຕົມ!
ເປັນກາຣຄິດໄລ່ທີ່ຮອບຄອບຮອບດ້ານແລະຖືກຕ້ອງແລ້ວຂອງວິຊຊະກອຣເອກແຫ່ງອານາ
ຄວາຍລາວມີສິດໃຊ້ທາງໃຊ້ຖນົນສະເມີກັນກັບບັນດາປະຊາຊົນຜູ່ຍ່າງ, ຂີ່ຣົຖຖີບ, ຣົຖຈັກ...ແລະຍວດຍານພາຫານະທຸກໆສນິດທຸກຄົນໃຊ້ໄດ້ຕາມສບາຍ
ແລະກະຕ້ອງເສັຍພາສີຊ່ວຍທຸກໆປີ!
ສາມາດຂີ່ໄປມາຢ່າງເພີດເພີນແລະທຳມະຊາດແທ່ແທ້..
ຈະມີຢູ່ໃສທີ່ຂັບຣົຖກິນລົມຊົມອາກສຈະໄດ້ເຫັນຝູງຄວາຍນອນເກືອກຕົມຢ່າງສບາຍໆແລະບໍ່
ແຕກຕື່ນຕົກໃຈຄືສັດສາປະເທດອື່ນທີ່ໄດ້ງິນສຽງແກຣົຖກະພາກັນເປີດເອີດເຕີດ
ປານລີງໂທນລັກໝາກກວ້ຍຄຣູບາ!
ຄວາຍລາວນອນເສີຍ, ສີຕົມແດງໆງາມກວ່າສີຣົຖວິໂກ້ຕັ້ງຮ້ອຍເທົ່າ!
ອີກຢ່າງຄວາຍບໍ່ແມ່ນວ່າມັນຊິໄປເກືອກຕົມທີ່ມີພິສພັຍ
ມັນເກືອກຕົມທີ່ເປັນທຳມະຊາດແທ່ແທ້ນີ້ແຫຼະ!
ຍາມນັ້ນພວກທ່ານທີ່ຂັບຣົຖໄປຕິດຕົມຍາມລົງຍູ້ຣົຖຍັງຊິໄດ້ພາກັນ
ພລາດລົ້ມເກືອກຕົມທຳມະຊາດນຳຄວາຍອີກ..
ຢູ່ຕ່າງປະເທດເພື່ອຊິໄດ້ເກືອກຕົມຕ້ອງໄດ້ຈ່າຍແພງສົມຄວນ!!!
ບໍ່ເຊື່ອລອງໄປແມໄປອາບຕົມຢູ່ຮົງກຣີທີ່ມີຊື່ສຽງທັງໄດ້ລຽນຄີວແລະເສັຍເງິນພ້ອມ!
ຜຂໃນນາມປາກສຽງຂອງກະຊວງທະບວງກຣົມໂຍທາທິກາຣແຫ່ງຊາຕຂໍຈົບຂ່າວໄວ້ພຽງນີ້!
ຫວັງວ່າທ່ານຜູ່ໃຊ້ຣົຖໃຊ້ຖນົນຄົງເຂົ້າໃຈບັນຫານີ້ໄດ້ດີຂື້ນກວ່າເກົ່າແລະຄົງຈະບໍ່
ເຄືອງຫູເຄືອງຕາຫາກວ່າແລ່ນຣົຖໄປຕົກຕົມແກມກັນກັບຄວາຍ!?
ຕ່າງໜ້າທ່ານອະທິບໍ່ດີແລະວິຊຊະວະກອຣຂົວທາງທົ່ວປະເທດ!
ສບາຍດີ

ຄົນຄືຄົນຂົນກ...

ເຮົາແມ່ນເກີດມາຮ່ວມຊາຕດຽວກັນ
ແນວຄິດແລະຈິຕຣ໌ໃຈເປັນຂອງໃຜມັນ
ແລະເຮົາກໍເຫັນບໍ່ຄືກັນ
ທັງຄຸນຄ່າໃນຫຼາຍໆດ້ານແລະບັນຫາ
ທັງຄວາມໝາຍແມ່ນຈະອ່ານຈະຂຽນ
ໃນສິ່ງທີ່ເຫັນນຳກັນ!
ໃຜຜູ່ໝົກໜົ້ນຢູ່ກັບແວດວົງນັ້ນ
ໃນກຸ່ມນັ້ນ
ແມ່ນຈະເຫັນວ່າອັນໃດບໍ່ຄວນກໍບໍ່ຫານຈະເອີ່ຍ
ທັງໆທີ່ມັນບໍ່ກົງກັບໃຈຕົນ
ທັງສີນທັມມ໌ປະຈຳໃຈທີ່ໄດ້ບວດໄດ້ຮຽນມາ!
ເບິ່ງຄວາມສ້ຽວຂອງຂບວນກາຣທີ່ຜ່ານສາຍກັ່ນກອງຂ່າວສານໃຫ້ເປັນກະແສດຽວ
ມັກຈະຢາກເຫັນແຕ່ສິ່ງທີ່ຝ່າຍຕົນນັ້ນມີເຫດຜົົລສະເມີ
ບໍ່ຄ່ອຍຢາກຟັງຄຳຕິຊົມຫຼືຕິຕຽນ, ເພາະມັກຢືດຖືເອົາສິດພິເສດໃຫ້ແກ່ໝູ່ຄນະຕົນ!
ຈະປຽບໃສ່ປານວ່າເປັນອໍຣະຫັນທີ່ບໍ່ອາຈເຮັດຫຍັງຜິດໄດ້ຄືມະນຸສເດີນດິນ!
ເຮົາຜູ່ບໍ່ໄດ້ເປັນໝູ່ຄນະດຽວກັນຊ້ຳເຫັນວ່າ
ຫຼາຍອັນມັນເໝືອນຫຼິ້ນລະຄອນກ້ອມໃສ່ກັນ!
ຫຼືພາກັນເສັຍຫຍ້າຖົມຂີ້ໝາ
ຫາທ່ຽວຢືມເພື່ອຈະມາຖົມຄັງແລະຄວາມຂາດດຸນທີ່ຄວາມຮັ່ງມີດີໄດ້ບໍ່ອາຈຈະປົກຖົມໄດ້ເຕັມຈັກເທື່ອ!
ໃຜຫານກ້າວ່າດັງກໍມັກຈະຖືກເຮັດໃຫ້ສູນຫາຍໄປໃນຍາມໃດກະໄດ້
ແນວພວກເພິ່ນມີອຳນາດບາດໃຫຍ່
ບໍ່ແມ່ນແຕ່ທໍ່ນັ້ນ
ໃຜສາມາດເຮັດດີລຶ່ນເພິ່ນກະມີໂອກາສໄດ້ສູນຫາຍໄປໄດ້ຢ່າງສບາຍໆ!!!
ເພາະຜົລປໂຍດມັນຄົນລະຢ່າງ
ຂັດແຍ້ງກັນມັນກໍຄ້າຍຄືເສືອສອງໂຕບໍ່ຫ່ອນຈະຢູ່ຖ້ຳດຽວກັນໄດ້!
ແຕ່ກ່ອນພາກັນສົ່ງໄປງົມຫອຍທາງໃດກະໄດ້ເພາະນ້ຳຂອງມັນຍັງເລິກ
ແຕ່ດຽວນີ້ນ້ຳຂອງມັນຕື້ນໂພດເລີຍເອົາກັນໄປໂຜດທາງໃດບໍແຫຼະ!
ຫຼືໃຫ້ຂຸດຂຸມເອງແລ້ວເຂົາຫາກຊິຍິງໃສ່ຂມັບເພື່ອເອົາບຸນຍ໌!
ແລ້ວຫາກຊັກລົງຂຸມເອງ!
ແຕ່ກໍຫາກຖົມໄວ້ດິບດີຢ້ານໝາປ່າໄປຄວັດເອົາອອກມາກິນຂາຍໜ້າ!
ຫຼາຍຄົນລັບຫາຍໄປຄືປາຍແຕ້
ຄືດາງແຫປາໃຫຍ່ໄປລອດສບາຍໆ.
ຜູ່ຢູ່ໄກກໍເຫັນໄປຫຼາຍສິ່ງ
ເຫັນລະຄອນລີງ ເຫັນປີງດູດເລືອດ
ເຫັນນ້ຳເຟືອດລົ້ນແອ່ງໃຜບໍ່ສົນ
ໄປໃສບໍ່ພົ້ນຫາຂໍຢືມທັງມາຕຶ່ມມາຖົມ
ຄັງທີ່ຮົ່ວຈົນຫົວຫງອກ(ພາກັນໄປຍ້ອມດຳປື້ປານໝອຍສາວນ້ອຍຂື້ນໃໝ່!)
ເງິນຊ່ອຍເຫຼືອລ້າຈາກຕ່າງປະເທດແຕ່ລະປີບໍ່ແມ່ນຂອງຄ່ອຍມັນ
ຕົກເຮັ່ຍເສັຍຫາຍໄປນຳແຕ່ລະຄອບຄົວໃດຄອບຄົວໜຶ່ງທີ່ຕ້ອງຄ້ຳຈູນ!
ຫາກເອົາມາກຶ່ງຄວາມຈົນປານນີ້
ລາວຄົງມີສີທຸກທົ່ວແດນ
ແລ່ນເສັ້ນທາງແຕ່ເໜືອຊອດໃຕ້
ໂຮງໝໍໂຮງຮຽນເປັນທີ່ໜ້າພໍໃຈ
ແຕ່ເງິນຊ່ອຍເຫຼືອລ້າ ເຂົາກະພາກັນກິນລ້າໆຢ່າງບໍ່ອາຍ!
ພວກເຈົ້າໃຫຍ່ນາຍໂຕຫາກເຈັບເປັນກະພາກັນຂ້າມຂອງໄປຫາປວຢູ່ຄລີນິກທີ່ມີຊື່ສຽງທາງຝັ່ງໄທຍ໌
ພວກຂີ້ຂ້າເສນາບັກຂີ້ກາກະພາກັນກັດຫຳໜຳໃຈໄປລັ່ນລ້າ!
ອັນເງິນກູ້ເງິນຢືມເຂົາຊິໄປສົນນຳວ່າດອກເບັ້ຍມັນມັດສອກລູກ,ຫຼານເຫຼນຫຼ້ອນແມ່ນແຕ່ຜູ່ຍັງບໍ່ທັນໄດ້ເກີດ
ເກີດມາປຶບກະໄດ້ໜີ້ແຂວນຄໍຜູ່ລະສີ່ຫ້າໝື່ນໂດລາຣ໌!!
ໂຊກດີຫຼາຍພວກເຂົາທີ່ໄດ້ເກີດເປັນລາວ
ຄົງພູມໃຈຢ່າງມະຫາສານທີ່ອາດຍາເຈົ້າໃຫຍ່ໄດ້ສ້າງຜົລງານໄວ້ຕ້ອນຮັບພວກເຂົາ!
ນີ້ນໍທີ່ເຮົົາເຫັນບໍ່ຄືກັນ!