ຫາຢາແກ້...
ສະສົມພິດຮ້າຍຈາກເຫຼົ້າມາແຕ່ປີກາ
ຕື່ນມາມື້ໃດກະຍັງສີວິນໆຫົວຢູ່....
ຫາຢາແກ້ຍາກຫຼາຍບໍ່ຮູ້ວ່າຍ້ອນຫຍັ
ຫຼືວ່າຮ່າງກາຍເຮົາມັນປະທ້ວງຢ່າງໜັກແລ້ວບໍ!
ເຣີ້ມກັນມາແຕ່ ແລງວັນຄຣີສມາສມາ ໂອຍວ່າໄປ..
ກ່ອນນັ້ນອີກຊ້ຳ ຕອນ ໝູ່ຄູ່ມາຢາມກະຈົນວ່າຫົວປິ່ນໄປ....ຕື່ນເຊົ້າມາຂັບຣົຖໄປຄືບ່ຮູ້ສືກຫຍັງ, ດີແຕ່ຕຳຣວດພາກັນນອນຫຼັບທັບສິດ
ຫາກເຂົາກວດພໍມື້ນັ້ນຢ້ານວ່າຕິດຄຸກແນ່ນອນ!
ມາຄິດຄືນຫຼັງກໍຍັງວ່າດີທີ່ລອດປ່ອງໄປໄດ້ເປັນຄືບໍ່ມີຫົວຄິດປັນຍານີ້ແຫຼະ!
ປະຕິຍານຕໍ່ໂຕເອງແລ້ວວ່າຫາກແລງມື້ໃດເສພສົມເຫຼົ້າແລ້ວແມ່ນມື້ຕໍ່ໄປຈະບໍ່ອອກເຮືອນແລະນັ່ງຫຼັງພວງມະໄລເດັດຂາດ..
ມັນບໍ່ແມ່ນແຕວ່າມີມາຣະຍາດທໍ່ນັ້ນຫາກຂາດຄວາມຮັບຜິດຊອບແທ້ໆ
ຫາກຕຳຣວດຈັບກະຄົງຄິດສົມນ້ຳໜ້າໂຕເອງໄດ້ສື່ໆຫັ້ນແຫຼະ!
ຫາຢາແກ້ມື້ວານນີ້ກະບໍ່ໄດ້ແຖມຍັງຕື່ມເຂົ້າໄປອີກສອງຈອກ-ວາຍແດງ.
ຖ່າມກາງບັນຍາກາດອັນສົດໃສ!!
ຢາແກ້ທີ່ດີສຸດຄົງແມ່ນຢູ່ໄກໆແກ້ວແລະຈອກຫຼືໄປບວດແບບບໍ່ແຖຜົມທີ່ປ່າໄກໆສັງຄົມພຸ້ນແຫຼະນໍ!
ເຫັນໃນເຄືອຂ່າຍມີແນວແກ້ດີໆຈາກຫຼາຍໆປະເທດນັບມາແຕ່ ມົງໂກລີ, ເປຣູ, ຣັດເຊັຍ, ເກົ່າຫຼີແຕ່ກະຫາແນວຄັກໆແທ້ຍາກແລະບໍ່ມີໃຜເສີບໃຜຂາຍແຖວນີ້!
ເລີຍຫາເອງເຮັດແກ້ເອງ..
ວາງຈອກໄປຈັກອາທີດ...
ຈະເຣີ້ມແຕ່ມື້ອື່ນໄປເດິ!
ຂອງແກ້ໃກ້ໆກໍມີນ້ຳໝາກເລັ່ນ, ນ້ຳຜັກກາດສົ້ມ, ບໍ່ມີໝາກຫຸ່ງສຸກ, ບໍ່ມີຕົ້ມປາເຄິງມັນໆໃສ່ໃບຂາມອ່ອນແລະໝາກເລັ່ນຂຽວ...
ບໍ່ເອົາຕົ້ມໄກ່..ມັນພາໃຫ້ຄິດຮອດຄາວໄປ ປິກນິກທີ່ຫຼັກແປດທີ່ປາກເຊປາງກ່ອນ.
ເອົາລະຂໍໂຈະການບັລຍາຍເຣື້ອງລະອາຍຂາຍໜ້າ!
ເຫຼົ້າມັນແມ່ນຂອງເບື່ອເຫັນເທື່ອໃດແລ້ວທຳລາຍມັນໄວໆໂລດເພື່ອກັນຜູ່ອື່ນບໍ່ໃຫ້ເບື່ອໃຫ້ເມົາ!!!
ມັກເບື່ອໂຕເອງເລື້ອຍແທ້ລະຄົນເຮົານີ້!
ປີໃໝ່ຂໍຕັ້ງຈິດອະທິຖານໃໝ່ຈະບໍ່ດື່ມຈົນວ່າຮອດມື້ພົບປະສັງສັນກັນເທືອໜ້າ!
ເຈັບແບບບໍ່ຫຼາບບໍ່ຈຳ!!
ສັນດານຄົນກ່ຳແທ້ໆລະນີ້!!!