ເປັນບົທຂຽນເກົ່າ!
ແຕ່ປີນີ້ຕໍ່ໄປຄົງເໝິດຄຳເຊື້ອເຊີນອີກແລ້ວ
ຫຼາຍແນວປ່ຽນໄປ!!!

ຈົ່ງໄປເກີດດີເຖິງສຸຂເຖິດພຣະອົງເອີຍ!

ລາງເທື່ອນໍ
ກະດີທີ່, ດົນໆມີໃຜເຊື້ອເຊີນອອກນອກເຮືອນໄປພົບປະສັງສັນ
ແຕ່ມື້ອື່ນບໍ່ແມ່ນສັງສັນແບບໄທເຮົາເຈົ້າຂ້ອຍໝູ່ຄູກັນລ້າໆດ້າມແກ້ວສອງແກ້ວ
ເບັຍ!
ແຕ່ມື້ອື່ນລູກຮັກເຊີນໄປສລອງບຸນວັນເກີດຂອງພຣະເຈົ້າຊີວິດແຫ່ງຣາຊອານາຈັກ
ໄທ ທີ່ກຣູງວໍຊໍ!
ຕ້ອງໄດ້ນຸ່ງຖືໃຫ້ສົມກຽດຂອງພຣະອົງແລະກຽດໂຕເອງນຳຄືກັນ!
ງານຈະຈັດຂື້ນທີ່ໂຮງແຮມ ຮຽດໂປແລນ! ກໍເຄີຍໄປມາແລ້ວເທືອໜື່ງເນື່ອງໃນວາຣະດຽວກັນນີ້!
ມື້ອື່ນຄົງເປັນກຽດຢ່າງສູງເພາະວ່າເຮົາໃນນາມຄົນລາວນໍ!
ອີກຢ່າງສຖານທູດລາວກະປິດໄປແລ້ວກໍຄົງບໍ່ມີໃຜຕ່າງໜ້າ ເທື່ອກ່ອນຍັງໄດ້ພົບກັນກັບທ່ານທູດລາວເທື່ອນີ້ສົງສັຍແມ່ນເປັນໂຕ ຜູ່ດຽວຂໍ້ຫຼໍ້.
ຈື່ງວ່າຄືນນີ້ຂໍໄປພັກຜ່ອນເອົາແຮງກ່ອນ.
ແລ້ວມື້໊ຮືຈະມາວ່າສູ່ຟັງ.
ວ່າມີຫຍັງຄຶກຄັກຕ່າງຈາກຊີວິດປະຈຳວັນຂອງປຸຖຸຊົນຄືເຮົາ!
ພົບກັນໃໝ່ຫາກວ່າກັບມາຮອດມາເຖິງຕຼອດປອດໄພດີ
ແນວວ່າທາງກະຍາກແນ່ເພາະຫິມະກໍເຣີ້ມຂຸຫຼົ່ນລົງມາແລ້ວທັງທາງກໍອາຈມື່ນງ່າຍ.
ພົບກັນໃໝ່ຕາມສັນຍາແນ່ນອນ
ເພາະຕາມໝໍມໍປະຈຳບ້ານບອກໄວ້ວ່າຈະມີອາຍຸຍືນຮອດແປດສີບປີ...
ແຕ່ມື້ເກີດແທ້
ແມ່ເອົາໄປນຳແລ້ວ..ແຕ່ປີ2007!!!
ເລີຍຖືວ່າປອດໄພສເມີ
ຫາກບໍ່ປະມາດເກີນໄປ!


ຢ່າລືມໆ
ທຸກຄົນຍັງມີຫົວໃຈທີ່ຍັງເຕັ້ນຕຶກຕັກໆ
ທຸກຄົນຍັງມີດັງພໍໄດ້ຫັນໃຈແມ່ນວ່າຫວັດຈະພາ
ໃຫ້ຕີບຕັນດັງແຕ່ກໍຍັງໄດ້ຫັນໃຈຢູ່!
ທຸກຄົນຍັງມີຈິດໃຈແລະຄວາມຮູ້ສືກ ທັງອ່ອນໄຫວໃນອາຣົມ
ຫາກວ່າຍັງມີທຸກຢ່າງຄົບຖ້ວນ
ເປັນຫຍັງຈື່ງເມີນເສີຍຕໍ່ເຫດການບາງຢ່າງທີ່ເຫັນກັບຕາວ່າມັນຜິດ, 

ຜິດທັງສີນທັງທັມມ໌ທັງຄະຕິປະຈຳໃຈຈື່ງປ່ອຍໃຫ້ສິ່ງຕ່າງໆເຫຼົ່ານັ້ນ
ເກີດຂື້ນບໍ່ເລີກບໍ່່ແລ້ວ
ແຖມບາງຄົນດ້ວຍຄວາມເຫຼືອອົດເຫຼືອກັ້ນ ກະປົງຕົກແລ້ວ

ຫັນໜ້າໄປສວຍໂອກາດນຳອີກ!
ກໍເພາະຊີວິດນີ້ສັ້ນ
ຊິເໝົາເອົາແຕ່ອຸດົມການຕາຍໄປລ້າໆ
ເລີຍບໍ່ທັນຢາກຕາຍຈື່ງຂໍບາຍນຳ..
ຂອງທີ່ເໜົ່າເໝັນແລະເປັນພິດໄພ.
ຢາບ້າ ຫາເງິນງ່າຍສ່ຽງໄພມາກມາຍແຕ່ຫວິດໄດ້ກະວ່າຣວຍ!
ລັກຕັດໄມ້ທັງໆທີ່ຮູ້ວ່າຜິດກົດໝາຍ ບາດອາດຍານາຍທະຫານ, ທ່ານຜູ່ຄອງອຳນາດໃນຖິ່ນກະພາກັນກັດກັນກົ່ນເຈາະເລິກກວ່າ

ມອດທັງປະເທດອີກຊ້ຳ!
ຂ້າສັດຕັດຊີວິດສັດປ່າສັດດົງ..ພຽງເພື່ອແຕ່ເງິນເລີຍບໍ່່ເຫັນ

ຄວາມສວຍງາມຂອງສັດສາວາສິ່ງເຫຼົ່ານັ້ນແລະກາຍເປັນຄົນ
ທີ່ມີຫົວໃຈກະດ້າງຕໍ່ຄວາມອິດູກູນາແລະສົງສານ!
ທັງໆທີ່ມື້ວັນສີນກະພາກັນໄປວັດນົບຂາບໄຫວ້ວອນ

ຂໍຄວາມເມຕຕາກະຣຸນານຳຟ້ານຳແຖນ ແຕ່ອອກຫວິດ
ຕ້າຍວັດປຶບກະພາກັນຫາແນວບາບໃສ່ຫົວໂລດ!
ຄືວ່າແຫຼະນໍແນວວ່າເຮືອນມັນຮົ່ວມາແຕ່ຫຼັງຄາແຕ່ຈັກທໍ່ໃດຟ້າທໍ່ໃດຝົນແລ້ວ!
ນ້ຳຖ້ວມປາກຮາກບໍ່ອອກຄາຍບໍ່ເຂົ້ານຳບັນຫາໂລກແຕກ
ບັນຫາຄົນທີ່ລືມອາຣິຍະທັມແລະຄວາມມີມະນຸສຍະທັມທີ່ນັບມື້ເສື່ອມ.
ຢ່າລືມເດິອີກບໍ່ດົນທຸກສິ່ງກໍປ່ຽນໄປທັງເຈົ້າທັງຂ້ອຍທັງອາດຍາຂີ້ໝາແຫັງຕາຍຄືກັນ!
ຢ່າລືມໆ
ແຕ່ລູກຫຼານໄທເຮົາເຂົາຄົງຈະເຫັນຂີ້ພື້ນເຮົາໄດ້ດີຍາມເມື່ອຫາປາຊີວຈັກໂຕບໍ່ເຫັນ
ຫາໄມ້ແກ້ງກົ້ນບໍ່ມີ..
ຢ່າລືມຍາມນັ້ນເຂົາຄົງດ່າແລະສາບແຊ່ງໂຄດທັງເຊື້ອຈິບຫາຍວາຍວອດແນ່ນອນ!
ຢ່າລືມ.
ເມື່ອຍາມຄ່່ຳ
ບັງເອີນແນມອອກໄປນອກປ່ອງອ້ຽມຂ້ອຍເຫັນ
ຄົນສີ່ຫ້າຄົນຕ່າງເດີນໄປຕາມທາງໃຜມັນ
ແສງໂຄມໄຟທາງໃສເຈີດຈ້າ
ຜ່າຄວາມໜາວໄປສຸດແສງ
ເຂົາເຈົ້າເດີນສວນທາງກັນໄປ
ແມ່ນເປັນຄົນຊາດດຽວກັນ
ຢູ່ເມືອງດຽວກັນ
ແຕ່ໃຜກະບໍ່ທັກທາຍຕໍ່ກັນ
ບໍ່ຮູ້ຈັກກັນເລີຍ!
ແຕ່ເມື່ອຍາມຄັບຂັນ
ຄວາມປຸ້ມລຸມກັນຫາກເກີດມີຢ່າງບໍ່ໄດ້ກ່າວຂານໃດໆ
ດັ່ງຄາວຣົຖຕຳກັນ
ທຸກຄົນຕ່າງຊ່ອຍກັນເພື່ອຊ່ອຍຜູ້ໄດ້ຮັບເຄາະ!
ຫຼືຍາມບ້ານເມືອງຄັບຂັນເຂົາເຈົ້າຕ່າງປູ້ມລຸມກັັນແກ້ໄຂບັນຫາ
ແຕ່ເມື່ອສີ້ນຄວັນໝອກກະພາກັນກັບຫາຊີວິດຂອງໃຜມັນ
ບໍ່ສົນໃຈຕໍ່ກັນແລະກັນເລີຍ!
ຍາມບຸນສີນກິນທານກະພາກັນສລອງມ່ວນຊື່ນກັນແຕ່
ໃນຄອບຄົວແລະໝູ່ເພື່ອນໃກ້ຊິດ
ມີບາງຄັ້ງເຂົາເຈົ້າກໍເຊື້ອເຊີນເພື່ອນຜູ້ລື້ງເຄີຍກັນມາຮ່ວມນຳ.
ຂ້ອຍເຄີຍໄດ້ຮັບບັດເຊີນໃຫ້ໄປຮ່ວມງານບຸນ ຄຣີສມາສຄັ້ງໜື່ງ
ເມື່ອຄາວເປັນນັກສືກສາ.
ອາຈານສອນພາສາຝຣັ່ງເສສໄດ້ຖາມວ່າ ຕອນພັກວັນເທສກາລປີໃໝ່ນີ້ຂ້ອຍຈະມີແຜນການໄປທ່ຽວທາງໃດບໍ?
ຫາກບໍ່ໄປໃສພໍໄປຮ່ວມບຸນນຳກັນໄດ້ບໍ?
ແນວເຮົາຄົນພັດຖິ່ນ ກະໄດ້ແຕ່ຢູ່ໃນຫໍພັກນັກສືກສາຕຼອດປີ..
ເງິນເບັ້ຍລ້ຽງ-ທືນສືກສາກະພໍພຽງແຕ່ໄດ້ໃຊ້ປະຈຳວັນ
ເໝີດເດືອນກະເໝີດເງິນຈະທ້ອນໂຮມໄວ້ກະບໍ່ໄດ້.
ກໍໄດ້ໄປຮ່ວມສັງສັນບຸນນັ້ນນຳເຂົາເຈົ້າ...
ກໍເປັນປະສົບການອີກຢ່າງໜື່ງໃນຊີວິດ!
ຫຼາຍຢ່າງມັນແຕກຕ່າງກັນກັບຮີດຄອງປະເພນີເຮົາ..
ກໍຫຼີກລ້ຽງບໍ່ໄດ້ທີ່ຈະບໍ່ໄດ້ເຮັດຫຍັງ ແບບ ``ໂຟປາ``.
ແນວວ່າເຮົາມັນຄົນຈາກວັທນະທັມອື່ນ
ການປະພືດຂອງເຣົາແມ່ນວ່າຈະຣະມັດຣະວັງປານໃດ
ກະຍາກທີ່ຈະເຣັດຫຍັງໃຫ້ຄືເຂົາເຈົ້າໄດ້ເຕັມສ່ວນ.
ແຕ່ເຂົາກະຮູ້ວ່າເຮົາໃຫ້ກຽດເຂົາທີ່ໄປຮ່ວມ ເຂົາກໍເຂົ້າໃຈເຮົາທີ່ບາງຢ່າງເຮົາເຮັດຄືເຂົາບໍ່ໄດ້ຕາມເຂດຂັ້ນທີ່ມີມາ...
ແລະບໍ່ຖືຊາໃນຄວາມຜິດພາດເລັກໆນ້ອຍໆນັ້ນ.
ປະສົບການນີ້ພາໃຫ້ໄດ້ຮ່ຳຮູ້ວ່າເຮົາເອງບໍ່ອາຈຮູ້ໄດ້
ປະຕິບັດໄດ້ທຸກຢ່າງໆທີ່ຄວນໃນໂລກຂອງຜູ້ອື່ນ!
ຝອຍຫຼາຍແລ້ວ!
ໂອເຄ ຊີກາແຣຕ!!
ຈົບ!