ຢ່າລືມໆ
ທຸກຄົນຍັງມີຫົວໃຈທີ່ຍັງເຕັ້ນຕຶກຕັກໆ
ທຸກຄົນຍັງມີດັງພໍໄດ້ຫັນໃຈແມ່ນວ່າຫວັດຈະພາ
ໃຫ້ຕີບຕັນດັງແຕ່ກໍຍັງໄດ້ຫັນໃຈຢູ່!
ທຸກຄົນຍັງມີຈິດໃຈແລະຄວາມຮູ້ສືກ ທັງອ່ອນໄຫວໃນອາຣົມ
ຫາກວ່າຍັງມີທຸກຢ່າງຄົບຖ້ວນ
ເປັນຫຍັງຈື່ງເມີນເສີຍຕໍ່ເຫດການບາງຢ່າງທີ່ເຫັນກັບຕາວ່າມັນຜິດ, 

ຜິດທັງສີນທັງທັມມ໌ທັງຄະຕິປະຈຳໃຈຈື່ງປ່ອຍໃຫ້ສິ່ງຕ່າງໆເຫຼົ່ານັ້ນ
ເກີດຂື້ນບໍ່ເລີກບໍ່່ແລ້ວ
ແຖມບາງຄົນດ້ວຍຄວາມເຫຼືອອົດເຫຼືອກັ້ນ ກະປົງຕົກແລ້ວ

ຫັນໜ້າໄປສວຍໂອກາດນຳອີກ!
ກໍເພາະຊີວິດນີ້ສັ້ນ
ຊິເໝົາເອົາແຕ່ອຸດົມການຕາຍໄປລ້າໆ
ເລີຍບໍ່ທັນຢາກຕາຍຈື່ງຂໍບາຍນຳ..
ຂອງທີ່ເໜົ່າເໝັນແລະເປັນພິດໄພ.
ຢາບ້າ ຫາເງິນງ່າຍສ່ຽງໄພມາກມາຍແຕ່ຫວິດໄດ້ກະວ່າຣວຍ!
ລັກຕັດໄມ້ທັງໆທີ່ຮູ້ວ່າຜິດກົດໝາຍ ບາດອາດຍານາຍທະຫານ, ທ່ານຜູ່ຄອງອຳນາດໃນຖິ່ນກະພາກັນກັດກັນກົ່ນເຈາະເລິກກວ່າ

ມອດທັງປະເທດອີກຊ້ຳ!
ຂ້າສັດຕັດຊີວິດສັດປ່າສັດດົງ..ພຽງເພື່ອແຕ່ເງິນເລີຍບໍ່່ເຫັນ

ຄວາມສວຍງາມຂອງສັດສາວາສິ່ງເຫຼົ່ານັ້ນແລະກາຍເປັນຄົນ
ທີ່ມີຫົວໃຈກະດ້າງຕໍ່ຄວາມອິດູກູນາແລະສົງສານ!
ທັງໆທີ່ມື້ວັນສີນກະພາກັນໄປວັດນົບຂາບໄຫວ້ວອນ

ຂໍຄວາມເມຕຕາກະຣຸນານຳຟ້ານຳແຖນ ແຕ່ອອກຫວິດ
ຕ້າຍວັດປຶບກະພາກັນຫາແນວບາບໃສ່ຫົວໂລດ!
ຄືວ່າແຫຼະນໍແນວວ່າເຮືອນມັນຮົ່ວມາແຕ່ຫຼັງຄາແຕ່ຈັກທໍ່ໃດຟ້າທໍ່ໃດຝົນແລ້ວ!
ນ້ຳຖ້ວມປາກຮາກບໍ່ອອກຄາຍບໍ່ເຂົ້ານຳບັນຫາໂລກແຕກ
ບັນຫາຄົນທີ່ລືມອາຣິຍະທັມແລະຄວາມມີມະນຸສຍະທັມທີ່ນັບມື້ເສື່ອມ.
ຢ່າລືມເດິອີກບໍ່ດົນທຸກສິ່ງກໍປ່ຽນໄປທັງເຈົ້າທັງຂ້ອຍທັງອາດຍາຂີ້ໝາແຫັງຕາຍຄືກັນ!
ຢ່າລືມໆ
ແຕ່ລູກຫຼານໄທເຮົາເຂົາຄົງຈະເຫັນຂີ້ພື້ນເຮົາໄດ້ດີຍາມເມື່ອຫາປາຊີວຈັກໂຕບໍ່ເຫັນ
ຫາໄມ້ແກ້ງກົ້ນບໍ່ມີ..
ຢ່າລືມຍາມນັ້ນເຂົາຄົງດ່າແລະສາບແຊ່ງໂຄດທັງເຊື້ອຈິບຫາຍວາຍວອດແນ່ນອນ!
ຢ່າລືມ.