ເມື່ອຍາມຄ່່ຳ
ບັງເອີນແນມອອກໄປນອກປ່ອງອ້ຽມຂ້ອຍເຫັນ
ຄົນສີ່ຫ້າຄົນຕ່າງເດີນໄປຕາມທາງໃຜມັນ
ແສງໂຄມໄຟທາງໃສເຈີດຈ້າ
ຜ່າຄວາມໜາວໄປສຸດແສງ
ເຂົາເຈົ້າເດີນສວນທາງກັນໄປ
ແມ່ນເປັນຄົນຊາດດຽວກັນ
ຢູ່ເມືອງດຽວກັນ
ແຕ່ໃຜກະບໍ່ທັກທາຍຕໍ່ກັນ
ບໍ່ຮູ້ຈັກກັນເລີຍ!
ແຕ່ເມື່ອຍາມຄັບຂັນ
ຄວາມປຸ້ມລຸມກັນຫາກເກີດມີຢ່າງບໍ່ໄດ້ກ່າວຂານໃດໆ
ດັ່ງຄາວຣົຖຕຳກັນ
ທຸກຄົນຕ່າງຊ່ອຍກັນເພື່ອຊ່ອຍຜູ້ໄດ້ຮັບເຄາະ!
ຫຼືຍາມບ້ານເມືອງຄັບຂັນເຂົາເຈົ້າຕ່າງປູ້ມລຸມກັັນແກ້ໄຂບັນຫາ
ແຕ່ເມື່ອສີ້ນຄວັນໝອກກະພາກັນກັບຫາຊີວິດຂອງໃຜມັນ
ບໍ່ສົນໃຈຕໍ່ກັນແລະກັນເລີຍ!
ຍາມບຸນສີນກິນທານກະພາກັນສລອງມ່ວນຊື່ນກັນແຕ່
ໃນຄອບຄົວແລະໝູ່ເພື່ອນໃກ້ຊິດ
ມີບາງຄັ້ງເຂົາເຈົ້າກໍເຊື້ອເຊີນເພື່ອນຜູ້ລື້ງເຄີຍກັນມາຮ່ວມນຳ.
ຂ້ອຍເຄີຍໄດ້ຮັບບັດເຊີນໃຫ້ໄປຮ່ວມງານບຸນ ຄຣີສມາສຄັ້ງໜື່ງ
ເມື່ອຄາວເປັນນັກສືກສາ.
ອາຈານສອນພາສາຝຣັ່ງເສສໄດ້ຖາມວ່າ ຕອນພັກວັນເທສກາລປີໃໝ່ນີ້ຂ້ອຍຈະມີແຜນການໄປທ່ຽວທາງໃດບໍ?
ຫາກບໍ່ໄປໃສພໍໄປຮ່ວມບຸນນຳກັນໄດ້ບໍ?
ແນວເຮົາຄົນພັດຖິ່ນ ກະໄດ້ແຕ່ຢູ່ໃນຫໍພັກນັກສືກສາຕຼອດປີ..
ເງິນເບັ້ຍລ້ຽງ-ທືນສືກສາກະພໍພຽງແຕ່ໄດ້ໃຊ້ປະຈຳວັນ
ເໝີດເດືອນກະເໝີດເງິນຈະທ້ອນໂຮມໄວ້ກະບໍ່ໄດ້.
ກໍໄດ້ໄປຮ່ວມສັງສັນບຸນນັ້ນນຳເຂົາເຈົ້າ...
ກໍເປັນປະສົບການອີກຢ່າງໜື່ງໃນຊີວິດ!
ຫຼາຍຢ່າງມັນແຕກຕ່າງກັນກັບຮີດຄອງປະເພນີເຮົາ..
ກໍຫຼີກລ້ຽງບໍ່ໄດ້ທີ່ຈະບໍ່ໄດ້ເຮັດຫຍັງ ແບບ ``ໂຟປາ``.
ແນວວ່າເຮົາມັນຄົນຈາກວັທນະທັມອື່ນ
ການປະພືດຂອງເຣົາແມ່ນວ່າຈະຣະມັດຣະວັງປານໃດ
ກະຍາກທີ່ຈະເຣັດຫຍັງໃຫ້ຄືເຂົາເຈົ້າໄດ້ເຕັມສ່ວນ.
ແຕ່ເຂົາກະຮູ້ວ່າເຮົາໃຫ້ກຽດເຂົາທີ່ໄປຮ່ວມ ເຂົາກໍເຂົ້າໃຈເຮົາທີ່ບາງຢ່າງເຮົາເຮັດຄືເຂົາບໍ່ໄດ້ຕາມເຂດຂັ້ນທີ່ມີມາ...
ແລະບໍ່ຖືຊາໃນຄວາມຜິດພາດເລັກໆນ້ອຍໆນັ້ນ.
ປະສົບການນີ້ພາໃຫ້ໄດ້ຮ່ຳຮູ້ວ່າເຮົາເອງບໍ່ອາຈຮູ້ໄດ້
ປະຕິບັດໄດ້ທຸກຢ່າງໆທີ່ຄວນໃນໂລກຂອງຜູ້ອື່ນ!
ຝອຍຫຼາຍແລ້ວ!
ໂອເຄ ຊີກາແຣຕ!!
ຈົບ!